ລາຍການ“ເສື້ອຍາວຫວຽດນາມ-ຄວາມງາມໄປຕາມການເວລາ”ເຊີດຊູບັນດານັກອອກແບບ,ນັກສິລະປະການ

ລາຍການ“ເສື້ອຍາວຫວຽດນາມ-ຄວາມງາມໄປຕາມການເວລາ”ເຊີດຊູບັນດານັກອອກແບບ,ນັກສິລະປະການ - ảnh 1
ລາຍການ“ເສື້ອຍາວຫວຽດນາມ"
ພາບ:vnexpress.net

(vovworld)- ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ​ເສື້ອ​ຍາວ​ນະ​ຄອນ​ໂຮ​່​ຈິ​ມີນ ຄັ້ງ​ທີ 4 ປີ 2017 ໂດຍ​ພະ​ແນກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈິ​ມີນ ສົມ​ທົບ​ກັບ​ສະ​ຫະ​ພັນ​ແມ່​ຍິງ ຈັດ​ຕັ້ງ​ຂຶ້ນໃນຕອນ​ຄ່ຳ​ວັນ​ທີ 4/3, ຢູ່ ຖະ​ຫນົນ​ຍ່າງ ຫງວຽນ​ເຫ້ວ ດ້ວຍ​ຫົວ​ຂໍ້ “ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ​ໄປ​ຕາມ​ການ​ເວ​ລາ”. ​ລາຍ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ເຊີດ​ຊູ​ບັນ​ດາ​ນັກ​ອອກ​ແບບ, ນັກ​ສິ​ລະ​ປິນ, ນັກ​ສິ​ລະ​ປະ​ການ​ຕຳ​່​ແຜ່ນ, ຊ່າງ​ຫຍິບ ໄດ້​ພ້ອມ​ກັນ​ສ້າງ ແລະ ຮັກ​ສາ​ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ. ເຂົ້າ​ຮ່ວມ​ລາຍ​ການ, ນາງ​ແບບ ຮົ່ງ​ກວຽນ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ເສື້ອ​ຍາວ​ນະ​ຄອນ​ໂຮ່​ຈິ​ມີນ. ເມື່ອ​ໄດ້​ນຸ່ງ​ເສື້ອ​ຍາວ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ​ຮູ້​ສຶກງາມກວ່າ. ຫວັງ​ວ່າ ຈະ​ມີ​ຫລາຍ​ລາຍ​ການ​ຄື​ແນວນີ້​ເພື່ອ​ເຊີດ​ຊູ​ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ.”


ຕອບກັບ

ຂ່າວ/ບົດ​ອື່ນ