ລາວ ກະກຽມນຳອັກຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ 27 ຊຸດກັບເມືອປະເທດ

ລາວ ກະກຽມນຳອັກຖິ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ 27 ຊຸດກັບເມືອປະເທດ - ảnh 1
ພາບປະກອບ

(vovworld) - ວັນ​ທີ 7/5, ກຳລັງ​ປະກອບ​ອາວຸດ​ແຂວງ ບໍລິ​ຄຳ​ໄຊ ​ໄດ້​ສົມທົບ​ກັບ​ກອງ​ຊອກ​ຫາອັດຖິ​ທະຫານ​ແຂວງ ຮ່າ​ຕິ້ງ​ ຂອງ ຫວຽດນາມ, ສົ່ງ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ 27 ຊຸດ​ມາ​ເຕົ້າ​ໂຮມ​ໃນ​ລະດູ​ແຫ້ງ 2012 – 2013, ​ເພື່ອ​ກະກຽ​ມຈັດ​ພິທີ​​ສົ່ງ, ມອບຮັບ. ຕາມ​ແຜນ​ການ​ແລ້ວ, ວັນ​ທີ 9/5, ຈະ​ດຳ​ເນີນ​ພິທີ​ສວດ​ມົນ​ພາວະນາ​ໃຫ້​ແກ່​ບັນດານັກຮົບ ຫວຽດນາມ ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຕາມ​ຮີດຄອງປະ​ເພນີ​ຂອງ ລາວ, ຫຼັງ​ຈາກ​ນັ້ນ​ໃນ​ວັນ​ທີ 12/5, ​ຄະນະ​ປະຕິບັດ​ງານ​ພິ​ເສດ​ແຂວງ ຮ່າ​ຕິ້ງ ຈະຮັບອັດຖິບັນດານັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເຫຼົ່າ​ນັ້ນ ​ເພື່ອ​ປົງ​ຢູ່​ສຸສານ ນ້ຳ, ​ເມືອງ ​ເຮືອງ​ເຊີນ, ​ແຂວງ ຮ່າ​ຕິ້ງ.

ຂ່າວ/ບົດ​ອື່ນ