ລາວ ຈັດຕັ້ງພິທີສະເໜີ ປື້ມປະຫວັດສາດ ສາຍພົວພັນແບບພິເສດ ຫວຽດນາມ - ລາວ

ລາວ ຈັດຕັ້ງພິທີສະເໜີ ປື້ມປະຫວັດສາດ ສາຍພົວພັນແບບພິເສດ ຫວຽດນາມ - ລາວ - ảnh 1
( ພິທີ​ສະ​ເໜີ​ຊຸດ​ປື້​ມ​ປະຫວັດສາດຫວຽດນາມ - ລາວ )

( vovworld ) –   ວັນ​ທີ 10/5, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ດຳ​ເນີນ​ພິທີ​ສະ​ເໜີ​ຊຸດ​ປື້​ມ​ເອກະສານ​ປະຫວັດສາດ​​ແຫ່ງສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງຫວຽດນາມ - ລາວ 1930 - 2007. ທ່ານ​ຮອງປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ​ ໄດ້​ເນັ້ນໜັກ​ວ່າ ຫວຽດນາມ  ​ແລະ ລາວ ​​ແມ່ນ​ສອງ​ປະ​ເທດ​ບ້ານ​​​​ໃກ້​ເຮືອນຄຽງ, ມີ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບທີ່ສະໜິດ​ແໜ້ນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ມູນ​ເຊື້ອ​ສາມັກຄີ​ແບບ​ພິ​ເສດ​ທີ່​ສະໜິດ​ແໜ້ນຂອງ​ສອງ​ຊາດ​ ​ໂດຍທ່ານ​ປະທານ ​ໂຮ່​ຈິ​ມິນ ​ແລະ ທ່ານປະທານ ​ໄກ​ສອນ ພົມ​ວະ​ຫານ ຜູ້​ຍິ່ງ​ໃຫຍ່​​ເປັນ​ຜູ້​ກໍ​ຕັ້ງ ​ແລະ ໄດ້​ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງຈາກລຸ້ນຕໍ່ໆ​ໄປ. ຊຸດ​ປື້ນ​ປະ​ຫວັດ​ສາດ​ສາຍ​ພົວພັນ​ແບບ​ພິ​ເສດ​​ຫວຽດນາມ - ລາວ ລວມມີ ພາບສາລະ​ຄະດີ, ບົດ​ຂຽນ​ຂ​ອງການ​ນຳ​ສອງ​ປະ​ເທດ​ຜ່ານ​ໄລຍະ​ຕ່າງໆ ​ແລະ  ບັນທຶກ​ລຳດັບ​ເຫດການສາຍ​ພົວພັນ​​ແບບ​ພິ​ເສດ​ຫວຽດນາມ - ລາວ ນັບ​ແຕ່ສອງ​ປະ​ເທດ​​ສ້າງ​ຕັ້ງ​ພັກ​ອິນດູຈີນ ຮອດ​ປີ 2007.

ຂ່າວ/ບົດ​ອື່ນ