ລາວ ຕີລາຄາສູງໝາກຜົນແຫ່ງການ ປັກຫຼັກໝາຍຊາຍແດນກັບຫວຽດນາມ

ລາວ ຕີລາຄາສູງໝາກຜົນແຫ່ງການ ປັກຫຼັກໝາຍຊາຍແດນກັບຫວຽດນາມ - ảnh 1
( ພາບປະກອບ )

( vovworld ) -   ຫົວໜ້າ​ຄະ​ນະຜູ້​ແທນລາ​ວ ກ່ຽວ​ກັບການ​ຂີດ​ເສັ້ນ​ຊາຍ​ແດນປັກ​ຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງຫວຽດນາມ - ລາວ ທ່ານພູ​ເຂົາ ພົມມະ​ວົງ ໃຫ້​ຮູ້​ວ່າ, ​ໄລ່ມາ​ຮອດ​ປະຈຸ​ບັນສອງ​ປະ​ເທ​ດ​ກຳ​ນົດ​ໄດ້ 787 ທີ່​ຕັ້ງປັກຫຼັກ​ໝາຍ​ຊາຍ​ແດນ ​ແລະ ​ໝາຍ​ທີ່​ຕັ້ງປັກ​ຫຼັກ​ໝາຍ​ຊາຍ​ແດນ​ 658 ຈຸດ​, ບັນລຸ​ 94% ຂອງແຜນການ​ທີ່ໄດ້ວາງ​ອອກ. ທີ່​ກອງ​ປະຊຸມ​ລະຫວ່າງຄະນະ​ກຳມະການ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ທີ່​ໄດ້​ດຳ​ເນີນ​ໄປ​ໃນ​ຕົ້ນ​ອາທິດ​ທີ່​ຜ່ານ​ມາ​ຢູ່​ຮ່າ​ໂນ້ຍ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຕໍ່ທີ່​ຕັ້ງ​ປັກ​ຫຼັກ​ໝາຍ​ຊາຍ​ແດນ ​ແລະ ຈະ​ໄດ້​ຮັບ​ການປັກ​ຫຼັກ​ໝາຍ​ສຳ​ເລັດ​ໃນ​ປີ 2014. ລາວ ​ແລະ ຫວຽດນາມ ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ຍາວ​ກວ່າ 2.000 ກມ. ​ໂຄງການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ຈະ​ປະກອບສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ​ລາວ - ຫວຽດນາມ ພັດທະນາ, ສັນຕິພາບ, ມິດຕະພາບ ​ແລະ ໝັ້ນຄົງ; ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່ການພົວພັນ​ຄ້າ​ຂາຍ, ການ​ລົງທຶນ ​ແລະ ​ເພີ​ມທະວີ​ການ​ພົວພັນ​ຮ່ວມ​ມື, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ