ລາວ - ຫວຽດນາມ ຕ້ອນຮັບບຸນເຕັດຢູ່ ເຊີແນວ ປະເທດ ສະວິດ

ລາວ - ຫວຽດນາມ ຕ້ອນຮັບບຸນເຕັດຢູ່ ເຊີແນວ ປະເທດ ສະວິດ - ảnh 1

(vovworld) - ຕອນ​ຄຳ່​ວັນ​ທີ 12/2, ກົງ​ກັບ​ວັນ​ທີ 3 ບຸນ​ເຕັດ, ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຮັບຮອງ​ຄະນະ​ຜູ້ຕາງໜ້າ​ແຫ່ງ ສປປ ລາວ​ປະຈຳ ສະຫະ​ປະຊາ​ຊາດ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີ​ມະ​ເສ​ງ 2013. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນຈູງ​ແທ່ງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ ຫວຽດນາມ ​ໄດ້​ເນ​ັ້ນໜັກ​ເຖິງ​ສາຍ​ພົວພັນ​ຢ່າງ​ກົມກຽວ​ໜຽວ​ແໜ້ນ, ນ້ຳ​ໃຈ​ສາມັກຄີ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽ​​ດນາມ - ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນຈູງ​ແທ່ງ ​ໄດ້​ຊົມ​ເຊີຍ​ເລື່ອງ​ປະ​ເທດ​ລາວ ​ໄດ້​ກາຍ​ເປັນ​ສະມາຊິກ​ທີ 158 ຂອງ​ອົງການ​ການ​ຄ້າ ​ໂລກ​ຢ່າງ​ເປັນ​ທາງ​ກາ​ນ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ ອາຊີ - ​ເອີ​ລົບ ຄັ້ງ​ທີ 9 (ຫຼື ASEM 9) ຢູ່ ວຽງ​ຈັນ ຢ່າງ​ສຳ​ເລັດ​ຜົນ. ນີ້​ແມ່ນ​ບັນດາ​ເຫດການ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ​ເປັນ​ຄິດ​ໝາຍ​ບາດກ້າວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ສະ​ແດງ​ໃຫ້​ເຫັນ​ຜົນງານ​ທາງ​ດ້ານ​ການ​ຕ່າງປະ​ເທດທີ່​ດີ​ເດັ່ນ, ​ປະກອບສ່ວນ​ສຳຄັນ​​ເພື່ອ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ ລາວ ​ໃນ​ເວທີ​ສາກົນ. ສ່ວນ​ທ່ານ ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ຢົງ ຈັນທະ​ລັງສີ ​ເນ​ັ້ນໜັກ​ວ່າ: ປີ 2012 ​ແມ່ນ​ປີ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳ​ລັບ 2 ປະ​ເທດ. ທ່ານ​ສະ​ແດງ​ຄວາມ​ພາກພູມ​ໃຈ ​ເມື່ອ​ເຫັນ​ວ່າ: ​ໃນ​ຕະຫຼອດ 50 ປີ​ແຫ່ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ນັບ​ແຕ່​ເວລາ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລາວ - ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ ນັງທັງ​ລວງ​ກ້ວາງ ​ແລະ ລວງ​ເລີກຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ