ລາວ ແມ່ນສະຖານ ທີ່ທ່ອງທ່ຽວທີ່ດູດ ດື່ມກ່ວາໝູ່ໃນໂລກ ປີ 2013

ລາວ ແມ່ນສະຖານ ທີ່ທ່ອງທ່ຽວທີ່ດູດ ດື່ມກ່ວາໝູ່ໃນໂລກ ປີ 2013 - ảnh 1
ປະເທດລາວທີ່ສວນງາມ

(vovworld) –  ຕອນ​ຄຳ່​ວັນ​ທີ 9/5, ຢູ່ນະ​ຄອນ​ຫຼວງ ວຽງ​ຈັນ, ກະຊວງຖະ​ແຫຼ​ງຂ່າວ ​ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ນາມມະຍົດ “ສະຖາ​ນທີ່​ທ່ອງ​ທ່ຽວທີ່​ດູດ​ດື່ມ​ກ່ວາ​ໝູ່​ໃນ​ໂລກ ປີ 2013” ​ໂດ​ຍຄະນະ​ກຳມະການ​ ​ເອີ​ລົບ ກ່ຽວ​ກັບ​ທ່ອງ​ທ່ຽວ ​ແລະ ການ​ຄ້າ​ມອບ​ໃຫ້. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Anton Caragea, ປະທານ​ຄະນະ​ກຳມະການ ​ເອີ​ລົບ ກ່ຽວ​ກັບ​ທ່ອງ​ທ່ຽວ ​ແລະ ການ​ຄ້າ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ລາວ ​ໃນ​ການ​ພັດທະນາການ​ທ່ອງ​ທ່ຽວ, ດ້ວຍ​ກິດຈະກຳ ​ແລະ ສະຖາປັດຕະຍາ​ກຳ​ປະ​ຫວັດ​ສາດທີ່​ພົ້ນ​ເດັ່ນ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ນັບ​ຮ້ອຍ​​ແຫ່ງ ​ໄດ້​ປະກອບສ່ວນ​​ມໍລະດົກ​ທີ່​ມີຄຸນ​ຄ່າ​ຫຼາຍ​​ແຫ່ງ​ໃຫ້​ແກ່ມ​ວນມະນຸດ. ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ ບໍ​​ແສງ​ຄຳ ວົງ​ດາລາ ​ໃຫ້​ຮູ້​ວ່າ: ພ້ອມ​ກັບ​ຫຼາຍ​ນະ​ໂຍບາຍ​ປ່ຽນ​ໃໝ່, ລັດຖະບານ ລາວ ​ໄດ້​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ​ວັດທະນະທຳ, ທຳ​ມະ​ຊາດ ​ແລະ ປະຫວັດສາດ. ປີ 2012, ລາວ​ໄດ້​ຕ້ອນຮັບ​ແຂກ​ສາກົນ​ກ່ວາ 3,3 ລ້ານ​ຄົນ, ​ບັນລຸ​ລາຍ​ໄດ້​ກ່ວາ 513 ລ້ານ USD. ປະຈຸ​ບັນ​ລາວ ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ເກືອບ 1.500 ​ແຫ່ງ, ​ໃນ​ນັ້ນ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທຳມະ​ຊາດ​ເກືອບ 850 ​ແຫ່ງ, ສະຖານ​ທີ່ທ່ອງ​ທ່ຽວ​ວັດທະນະທຳ 435 ​ແຫ່ງ ​ແລະ ສະຖາ​ນທີ່​ທ່ອງ​ທ່ຽວ​ປະ​ຫວັດ​ສາດ​ກ່ວາ 200 ​ແຫ່ງ.

 

ຂ່າວ/ບົດ​ອື່ນ