ລາວກາຍຕ້ອນຮັບນາມະຍົດນະຄອນວິລະຊົນ

ລາວກາຍຕ້ອນຮັບນາມະຍົດນະຄອນວິລະຊົນ - ảnh 1
ລາວ​ກາຍ​ຕ້ອນ​ຮັບ​ນາ​ມະ​ຍົດ​ນະຄອນ​ວິລະ​ຊົນ
(ພາບ: baomoi)


(vovworld) – ຕອນ​ຄໍ່າ​ວັນ​ທີ 31/10, ນະຄອນ​ລາວ​ກາຍ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປິ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງຄະ​ນະ​ພັກ​ນະຄອນ (04/11/1950 – 04/11/2015) ຢ່າງ​ສົມ​ກຽດ. ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ກຳມະການ​ກົມ​ການ​​ເມືອງ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕາງໜ້າ​ໃຫ​້ພັກ, ລັດ ມອບ​ຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດ ກ່ຽວ​ກັບ​ເລື່ອງ​ມອບນາມມະຍົດ​ວິລະ​ຊົນ​ແຮງ​ງານໄລຍະ​ປ່ຽນ​ແປງ​ໃໝ່. ​ໃຫ້​ນະຄອນ​ລາວ​ກາຍ.ນີ້​ແມ່ນ​ຂອງ​ຂວັນ​ອັນ​ສູງ​ສົ່ງ​​ເຊິ່ງພັກ, ລັດ ຫວຽດນາມ ​ໄດ້ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນ​ດາ​ເຜົ່າ​​ໃນ​ບໍລິ​ເວນ​ນະຄອນ, ພ້ອມ​ທັງປຸກລະດົມ​ກຳລັງ​ໃຈ​, ສົ່ງ​ເສີມ​ເພື່ອ​ໃຫ້ນະຄອນ​ລາວ​ກາຍ ສືບ​ຕໍ່​ມີ​ບັນດາບາດ​ກ້າວ​ພັດທະນາ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

      ​ແຕ່​ປີ 2005 ມ​າຮອດ​ປະຈຸ​ບັນ, ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ສະ​ເລ່ຍຂອງ​ນະຄອນບັນ​ລຸ​ເກືອບ 16,5%. ລະດັບເຕີບ​ໂຕ GDP ​ສະ​ເລ່ຍບັນລຸ​ກວ່າ 14% ຕໍ່​ປີ. ​ໂຄງ​ປະກອບ​ເສດຖະກິດ​ໄດ້​ຮັບ​ການ​ຫັນປ່ຽນ​ຢ່າງ​ຖືກ​ທິດ, ຊີວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ - ຄວາມ​ເປັນ​ລະບຽບຮຽບຮ້ອຍ​ທາງ​ສັງຄົມ​ໄດ້​ຮັບການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ, ວຽກ​ງານການ​ຕ່າງປະ​ເທດ​ໄດ້​ຮັບ​ການ​​ເປີດ​ກວ້າງກວ່າ​ອີກ.

ຂ່າວ/ບົດ​ອື່ນ