ລາວຈັດຕັ້ງພິທີສະຫຼຸບປີແຫ່ງຄວາມສາມັກຄີມິດຕະພາບ ລາວ - ຫວຽດນາມ ປີ 2012

ລາວຈັດຕັ້ງພິທີສະຫຼຸບປີແຫ່ງຄວາມສາມັກຄີມິດຕະພາບ ລາວ - ຫວຽດນາມ ປີ 2012 - ảnh 1
(ພາບປະກອບ)

(vovworld) - ທ່ານ​ເຈືອງ ສົມ​ບູນຂັນ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ໃຫ້​ຮູ້​ວ່າ​ພິທີ​ສະຫຼຸບ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ລາວ - ຫວຽດນາມ ປີ 2012 ຈະ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່ບ້ານດົງ, ​ເມືອງ​ເຊ​​ໂປນ, ​ແຂວງ​ສະຫວັນ​ນະ​ເຂດ​ໃນ​ວັນ​ທີ 12/12 ຈະ​ມາ​ເຖິງ, ດ້ວຍ​ພິທີ​ສະ​ເຫຼີ​ມສະຫຼອງ​ສອງ​ເຫດການ​ໃຫຍ່. ງານ​ໂຮມ​ຊຸມນຸມ​ຈະ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ ​ເພື່ອ​ແນ​ໃສ່​ທົບ​ທວນຄືນ​ມູນ​ເຊື້ອ ​ແລະ ສະຫຼຸບ​ການ​ເສັງ​ຊອກ​ຮູ້​ປະຫວັດ​ແຫ່ງ​ສາຍ​ພົວພັນ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ​ລາວ - ຫວຽດນາມ. ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ​ຂອງ​ບັນດາ​ນັກ​ສິລະ​ປິນລາວ, ຫວຽດນາມ ​ແລະ ຍິງ​ບັ້ງ​ໄຟ​ດອກ.

ວັນ​ທີ 13/12, ນອກຈາກ​ງານ​ຕະຫຼາດນັດ​ລາວ - ຫວຽດນາມ ​ແລ້ວ, ຄາດ​ວ່າ​ກອງທັບ​ປະຊາຊົນ​ລາວ​ຈະ​ຈັດ​ຕັ້ງ​ງານ​ສະ​ແດງ​ໂດດ​ຈ້ອງ​ຢູ່​ບ້ານ​ດົງ, ທາງ​ເລກ 9 ​ແລະ ​ເສັ້ນທາງ ​ໂຮ່ຈີ​ມິນ, ​ເຊິ່ງ​ແມ່ນ​ຂີດ​ໝາຍ​ພົ້ນ​ເດັ່ນ​ແຫ່ງ​ສຳພັນ​ທະ​ມິດ​ສູ້​ຮົບ, ​ແມ່ນ​ສັນຍາ​ລັກ​ແຫ່ງ​ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ, ການ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ຖານ​ສະຫາຍ​ອ້າຍ​ນ້ອງ ​ເພື່ອ​ໄຊຊະນະ​ລວມຂອງ​ຂະ​ບວນການ​ປະຕິວັດ​ປົດ​ປ່ອຍ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.

ຂ່າວ/ບົດ​ອື່ນ