ລາວຈັດພິທີສະເຫຼີມສະຫຼອງວັນສື່ມວນຊົນແລະການພິມຈຳໜ່າຍຄົບຮອບ65ປີ

ລາວຈັດພິທີສະເຫຼີມສະຫຼອງວັນສື່ມວນຊົນແລະການພິມຈຳໜ່າຍຄົບຮອບ65ປີ - ảnh 1
(ພິທີສະເຫຼີມສະຫຼອງວັນສື່ມວນຊົນ
ແລະ ການພິມຈຳໜ່າຍຄົບຮອບ 65 ປີ)


​​(vovworld) – ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສື່​ມວນ​ຊົນ ​ແລະ ການ​ພິມ​ຈຳ​ໜ່າຍ​ຄົບຮອບ 65​ ປີ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ບ່າຍວັນ​ທີ 13/08, ຢູ່ນະຄອນຫຼວງ​ວຽງ​ຈັນ, ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ບໍ່​ແສງ​ຄຳ ວົງ​ດາລາ ຢືນຢັນ​ວ່າ, ​ໃນ​ຕະຫຼອດ 65 ປີຜ່ານມາ, ສ່ື​ມວນ​ຊົນ​ລາວ ຍາມ​ໃດ​ກໍ​​ແມ່ນ​ສຽງຂອງສູນກາງ​ພັກ, ລັດ ​ແລະ ປະຊາຊົນ​ລາວ ບັນດາ​ເຜົ່າ, ສວ​ມ​ບົດບາດ​ສຳຄັນ​ໃນ​ການ​ໂຄສະນາ​​ແນວທາງ​​ແຜນ​ນະ​ໂຍບາຍຂອງ​ພັກ, ກົດ​ໝາຍຂອງ​ລັດ, ລະດົມ​ນ້ຳ​ໃຈ​ຮັກ​ຊາດ, ສະໜອງ​ຂໍ້​ມູນ​ຂ່າວ​ທຸກ​ດ້ານ​ໃຫ້​ສັງຄົມ, ປະກອບ​ສ່ວນ​ຕ້ານ​ບັນດາ​ປະກົດ​ການຫ​ຍໍ້​ທໍ້, ຂໍ້ຜິ​ດພາດ ​ແລະ ​ແມ່ນ​​ເວທີ​ປາ​ໄສ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ກໍ​ຄື​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນລາວ​ ບັນດາ​ເຜົ່າ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​​ແໜງ​ສ່ື​ມວນ​ຊົນ ​ແລະ ການພິມ​ຈຳ​ໜ່າຍລາວ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ນັບ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບ. ​ໄລ່​ມາ​ຮອດ​ປະ​ຈຸ​ບັນ, ລາວ​ມີ​ໜັງ​ສື​ພິມວາລະສານ 127 ສະບັບ, 63 ວິທະຍຸ​ກະຈາຍສຽງ, 37 ຊ່ອງ​ໂທລະພາບ. ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ບໍ່​ແສງ​ຄຳ ວົງ​ດາລາ ​ໃຫ້​ຮູ້​ວ່າ.

(ທ່ານ​ລັດຖະມົນຕີ​ວ່າການກະຊວງ​ຖະ​ແຫຼ​ງຂ່າວ,
ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ບໍ່​ແສງ​ຄຳ ວົງ​ດາລາ)

        ​ເນື່ອງ​​ໃນ​ໂອກາ​ດນີ້, ສະມາຄົມ​ນັກ​ຂ່າວ​ລາວ ​ໄດ້​ໄຂ​ງານ​ວາງສະ​ແດງ​ສື່​ມວນ​ຊົນ​ ແລະ ​ການ​ພິມ​ຈຳ​ໜ່າຍ​, ​ດ້ວຍ 100 ຮ້ານ​ວາງສະ​ແດງ, ຊຶ່ງ​ໄດ້ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ສື່​​ມວນ​ຊົນ, ປື້​ມ, ​ແຜນ​ທີ່…

ຂ່າວ/ບົດ​ອື່ນ