ລາວຕີລາຄາສູງໝາກຜົນການຮ່ວມມືຢູ່ເຂດຊາຍແດນກັບຫວຽດນາມ

ລາວຕີລາຄາສູງໝາກຜົນການຮ່ວມມືຢູ່ເຂດຊາຍແດນກັບຫວຽດນາມ - ảnh 1
ລາວຕີລາຄາສູງໝາກຜົນການຮ່ວມມືຢູ່ເຂດຊາຍແດນກັບຫວຽດນາມ
(ພາບ: TTXVN)


(vovworld) – ວັນ​ທີ 03/11, ຄະນະ​ພັດທະນາ​ຊົນ​ນະ​ບົດ ​ແລະ ລົບ​ລ້າງ​​ຄວາມທຸກ​ຍາກ​ສູນ​ກາງລາວ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ກັບ​ຫວຽດນາມ ຢູ່​ເຂດ​ຊາຍ​​ແດນ​ໃນ​​ໄລຍະ​ຜ່ານ​ມາ. ການຕີ​ລາຄາ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ທີ່​ການ​ເຈ​ລະ​ຈາ​ຢູ່​ນະຄອນຫຼວງ​ວຽງ​ຈັນ ກັບ​ຄະນະ​ຜູ້​ແທນ​ຊີ້​ນຳ​ນຳພາເຂດ​ຕາ​ເວັນ​ຕົກ​ສ່ຽງ​​ເໜືອ​ຂອງ​ຫວຽດນາມ, ​ໂດຍ​ທ່ານ​ຮອງ​ຫົວໜ້າ​ຄະ​ນະ ​ເລ​ວັນ​ເລີມ ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ​ການ​ເຈລະຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​​ສະພາບຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ພ​້ອມທັງ​ຍົກ​ອອກ​ທິດທາງ, ໜ້າ​ທີ່​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ຜ່ານ​ການ​ເຈລະຈາ, 2 ຝ່າຍ​ໄດ້​ຕີ​ລາຄາ​ວຽກ​ງານ​ລົບ​ລ້າງ​ຄວາມ​​​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການ​ຊີ້​ນຳ​ນຳພາ​ຢ່າງ​ຕັ້ງ​ໜ້າ. ​ເລື່ອງ​ປະຕິບັດ​ແຜນ​ນະ​ໂຍບາຍ​ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ລາວ ​ໃຫ້​ໝັ້ນ​ຄົງ ​ແລະ ພັດທະນາ​ຢ່າງ​ຮອບ​ດ້ານ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ, ປະກອບສ່ວນ​ປັບ​ປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ພິ​ເສດ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ໄດ້​ເຫັນ​ດີນຳ​ກັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​​ໂຍບາຍ​ດັ່ງກ່າວ​ຢ່າງ​ມີ​ປະສິດ​ທິຜົນ, ພິ​ເສດ​ແມ່ນ​ແລກປ່ຽນ​ບົດຮຽນ ກ່ຽວ​ກັບ​ການ​ຍູ້​ແຮງ​ວຽກ​ງານລົບ​ລ້າງ​ຄວາມ​​​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ, ຍົກ​ສູງ​ຊີ​ວິດທາງ​ວັດ​ຖຸ ​ແລະ ຈິດ​ໃຈ​ໃຫ້​ປະຊາຊົນ​ເທື່ອ​ລະ​ກ້າວ ກໍ​ຄື​ຍູ້​ແຮງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ພັດ​​ທະ​ນາ​ດ້ານ​ເສ​ດຖະກິດ, ສັງຄົ​ມ, ການ​ສຶກສາ​ບຳລຸ​ງສ້າງ, ຮັບປະກັນ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງບັນດາ​ແຂວງ​ເຂດ​ຊາຍ​ແດນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ