​ລາວ​ປະກາດ​ບັນດາເນື້ອ​ໃນທີ່​ໄດ້​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ28-29

​ລາວ​ປະກາດ​ບັນດາເນື້ອ​ໃນທີ່​ໄດ້​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ28-29 - ảnh 1
(ພາບປະກອບ)

(vovworld) - ປະຈຸ​ບັນ ລາວ ​ໄດ້​ສຳ​ເລັດ​ວຽກ​ງານ​ກະກຽມ​ທຸກ​ຢ່າງ ​ແລະ ກຽມພ້ອມ​ ໃຫ້​ແກ່ການ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ ​ເຊິ່ງ​ຈະ​ດຳ​ເນີນຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 06 – 08/09 ຈະ​ມາ​ເຖິງ​ທີ່ສູນ​ກອງ​ປະຊຸມ​ແຫ່ງ​ຊາດທີ່​ນະຄອນ​ຫລວງ ວຽງ​ຈັນ. ຕາມ​ຂໍ້​ມູນ​ຂ່າວສານ​ຈາກ​ຄະນະ​ຈັດ​ຕັ້ງ, ​ໃນ​ໄລຍະ​​ດຳ​ເນີນ​ບັນດາ​ກອງ​ປະຊຸມ, ນອກ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 28 – 29 ຂອງ ອາ​ຊຽນ, ຍັງ​ມີ​ບາງ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ລວມມີ: ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ຈີນ ຄັ້ງ​ທີ 19; ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ຍີ່ປຸ່ນ ຄັ້ງ​ທີ 19; ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ​ເກົາຫຼີ ຄັ້ງ​ທີ 18…ພິທີ​ໄຂກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຈະ​ ​ຈັດ​ຕັ້ງ​ໃນ​ວັນ​ທີ 06/09 ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ລາວ. ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 ຈະ​ປຶກສາ​ຫາລື​ວິທີ​ການ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ຂອງ​ປະຊາ​ຄົມ ອາ​ຊຽນ ກ່ວາ​ອີກ, ຄື​ເລື່ອງ​ຜັນ​ຂະຫຍາຍ​ວິ​ໄສ​ທັດ ອາ​ຊຽນ 2025 ​ແລະ ​ທິດ​ທາງ​ໃນ​ອະນາຄົດ. ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 29 ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ການ​ຕ່າງປະ​ເທດ​ຂອງ ອາ​ຊຽນ; ​​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ຢູ່​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ