ລາວປະກາດເຫດການຕ້ອນຮັບບຸນປີໃໝ່

ລາວປະກາດເຫດການຕ້ອນຮັບບຸນປີໃໝ່ - ảnh 1
ພາບປະກອບ

(vovworld) - ວັນ​ທີ 6/4, ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີລາວ ​ໄດ້​ປະກາດ​​ເຫດການ​ຕ້ອນຮັບ​ປີ​ໃໝ່ ​ແລະ ຝາກ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ປະຊາຊົນລາວ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ ​ແລະ ກໍ​ຄື​ປະຊາຊົນ​ລາວ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ. ບຸນ​ປີ​ໃໝ່​ລາວພ.ສ 2555 ຈະ​ດຳ​ເນີນ​​ແຕ່​ວັນທີ 13 – 15/4. ລັດຖະບານ​ລາວ​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ ຈົ່ງສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ ​ເພື່ອ​​ໃຫ້ທຸກ​ຄອບຄົວ​ລ້ວນ​ແຕ່​ໄດ້​ຕ້ອນຮັບ​ບຸນ​ປີ​ໃໝ່ຢ່າງ​ມ່ວນ​ຊື່ນ, ຕັກ​ເຕືອນປະ​ຊາ​ຊົນ​ຈົ່ງ​ຕ້ອນຮັບ​ບຸນປີ​ໃໝ່​ຖືກ​ຕາມຮີດຄອງ​ປະ​ເພນີ, ສີສັນ​ວັດທະນະທຳ​ຂອງ​ຊາດ ​ແຕ່​ວ່າ​ຕ້ອງ​ປະຢັດ ​ແລະ ຮັບປະກັນປອດ​ໄພ. ​ແຈ້ງ​ການ​ກໍຍັງ​ຕັກ​ເຕືອນ​ປະຊາຊົນ​ວ່າ: ​ເມື່ອ​ຫົດ​ນ້ຳ​ຢູ່​ຕາມ​ທ້ອງ​ຖະໜົນ​ແມ່ນ​ຕ້ອງ​ຮັບປະ​ກັນ​ຄວາມ​ປອດ​ໄພ​​ໃນ​ການ​ສັນຈອນ​ໄປມາ, ລະວັງ​​ເກີດ​ເຫດ​ລະ​ເບີດ, ​ໄຟ​ໄໝ້, ​ຮັກສາ​ພາບພົດ​ທີ່​ດີງາມ​ກ່ຽວ​ກັບ​ວັດທະນະທຳ​ສີສັນ​ຂອງ​ລາວ ​ໃນ​ສາຍຕາ​ຂອງ​ແຂ​ກສາ​ກົນ​ທີ່​​ມາທ່ອງ​ທ່ຽວ​ລາວ​ໃນ​ໄລຍະ​ນີ້.

ຂ່າວ/ບົດ​ອື່ນ