ລາວສະແດງຄວາມວິຕົກ ກັງວົນກ່ຽວກັບສະ ພາບການຢູ່ທະເລ ຕາເວັນອອກ


ລາວສະແດງຄວາມວິຕົກ ກັງວົນກ່ຽວກັບສະ ພາບການຢູ່ທະເລ ຕາເວັນອອກ - ảnh 1

 (ພາບປະກອບ)

 (vovworld)- ຕອນ​ເຊົ້າວັນ​ທີ 23/6, ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ຝາ​ກສານ​ການ​ທູດເຖິງ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ນັບ​ແຕ່​ຈີນ ​ໄດ້ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ່​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ສານ​ການ​ທູດ​ຊີ້​ແຈ້ງວ່າ: ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ເຂດ​ສຳຄັນ ​ແລະ ສະດຸ້ງ​ໄວ້, ສະນັ້ນ, ການ​ຮັກສາ ​ແລະ ຊຸກຍູ້​ສັນຕິພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື​ແມ່ນ​ສຳຄັນ​ທີ່​ສຸດ. ລາວ​ພວມ​ຕິດຕາມ​ຢ່າງ​ແໜ້ນ​ແຟ້ນ, ​ເປັນ​ຫ່ວງ​ກັງວົນ​ຕໍ່ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສະ​ເໜີ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ລະງັບ​ໃຈ, ຫລີກ​ລ້ຽງ​ບັນດາ​ການ​ກະທຳ​ອາດ​ຈະ​ພາ​ໄປ​ເຖິງ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນ​ຕິ​ວິທີ, ບໍ່​ໄດ້​ນາບ​ຂູ່​ຫຼື​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ, ສອດຄ່ອງ​ກັບກົດໝາຍ​ສາກົນ, ​ໃນ​ນັ້ນມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

ຊາວ​ຫວຽດນາມອາ​ໄສ​ຢູ່​ເຢຍລະ​ມັນ​ສືບ​ຕໍ່​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ

ລາວສະແດງຄວາມວິຕົກ ກັງວົນກ່ຽວກັບສະ ພາບການຢູ່ທະເລ ຕາເວັນອອກ - ảnh 2

(ພາບປະ​ກອບ)

(vovworld) –  ວັນ​ທີ 22/6, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ Frankfurt/ Maiin ​ແລະ ບັນດາ​ເຂດ​ອ້ອມ​ແອ້ມ​ເຂດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ເຢຍລະ​ມັນ ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ບັນດາ​ການ​ກະທຳ​ປິນຂັ້ນ​ໄດ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງນີ້ມີ​ປະມານ 1000 ຄົນ​ທີ່​ມາ​ຈາກ​ຫຼາຍ​ນະຄອນຂອງ​ປະ​ເທດ​ເຢຍລະ​ມັນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຢຍລະ​ມັນ ພ້ອມ​ກັນ​ສາມັກຄີ​ຕໍ່​ສູ້ກັບບັນດາ​ການ​ກະທຳ​ຜິດ​ກົດໝາຍ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ; ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດ​ຊອບ ​ແລະ ອາລົມ​ຈິດ​ຂອງປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຢຍລະ​ມັນ ທີ່​ມີ​ຕໍ່​ປະ​ເທດ​ຊາດ. ຜ່ານ​ນັ້ນ, ​ໄດ້​ຮຽກຮ້ອງ​ປະຊາຊົນ​ຜູ້​ກ້າວໜ້າ, ຮັກຫອມ​ສັນຕິພາບ​ຢູ່​ເຢຍລະ​ມັນ ​ແລະ ​ໃນ​ໂລກ ຮຽງ​ບ່າ​ຮຽງ​ໄລ່​ກັບ​ປະຊາຊົນ​ຫວຽດນາມ ຄັດຄ້ານ​ບັນດາ​ການ​ກະທຳ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ./.

ຂ່າວ/ບົດ​ອື່ນ