ລາວຮັບຮູ້ຊາວຫວຽດນາມ ອາໄສຢູ່ລາວ 10 ຄົນເປັນນັກຮົບເສຍສະຫຼະ ຊີວິດເພື່ອຊາດ

ລາວຮັບຮູ້ຊາວຫວຽດນາມ ອາໄສຢູ່ລາວ 10 ຄົນເປັນນັກຮົບເສຍສະຫຼະ ຊີວິດເພື່ອຊາດ  - ảnh 1

(ພາບປະກອບ)​

( vovworld ) – ວັນ​ທີ 27/7, ​ເນື່ອງ​ໃນ​ໂອກາດສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງ​ວັນທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ລາວ ​ໄດ້​ຈັດ​ພິທີ​ສວດ​ມົນ​ພາວະນາ​ອາ​ໄລ​ຫາ​ບັນດານັກຮົບທີ່​ໄດ້​ເສຍສະຫຼະ​ຊີວິດ​ຢ່າ​ງອົງອາດ​ກ້າຫານ​ໃນ​ບັນດາ​ການ​ຕໍ່ຕ້ານ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ. ກ່ອນ​ໜ້ານັ້ນ, ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ລາວ ກໍ​ໄດ້​ຈັດ​ບັນດາ​ຄະນະ​ໄປ​ຖະຫວາຍ​ທູບ​ທຽນ, ວາງ​ພວງມາລາ​ຢູ່​ອະນຸສາວະລີ​ບັນດາ​ນັກຮົບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ​ ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ປະ​ເທດ​ລາວ.

   ມາ​ຮອດ​ປະຈຸ​ບັນ, ​ລັດ​ລາວ​ໄດ້ຮັບ​ຮູ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ 10 ຄົນ ​ແມ່ນນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​ໄດ້​ຮັບ​ໃບ​ປະ​ເທດ​ຊາດ​ຈາລຶກ​ບຸນຄຸນ​ຂອງ​ລັດ​ລາວ. ຄອບຄົວ​ຂອງ​ບັນດານັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ບັນດາ​ກົນ​ໄກ​ນະ​ໂຍບາຍ​ປະກາດ​ໃຊ້​ໃນ​ປະຈຸ​ບັນ​ຂອງ​ລັດ​ລາວ ທີ່​ມີ​ຕໍ່ຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ປະ​ເທດ​ລາວ.

 

 

 

 

ຂ່າວ/ບົດ​ອື່ນ