ລາວເປີດກວ້າງສະໜາມບິນສາກົນ ວັດໄຕ

ລາວເປີດກວ້າງສະໜາມບິນສາກົນ ວັດໄຕ - ảnh 1
(ສະໜາມ​ບິນສາກົນ ​ວັດ​ໄຕ)

(vovworld) –  ວັນ​ທີ 16/07, ກົມ​ການ​ບິນ​ພົນລະ​ເມືອງ​ລາວ ​ແລະ ບໍລິສັດ Nippon Koei Co.Ltd ຍີ່ປຸ່ນ ​ໄດ້​ລົງ​ນາ​ມ​ໃນ​ສັນຍາ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ເລື່ອງ​ເປີດ​ກວ້າງ​ສະໜາມ​ບິນສາກົນ ​ວັດ​ໄຕ ຢູ່​ນະຄອນຫຼວງ​ວຽງ​ຈັນ.

        ຕາມ​ສັນຍາ, ບໍລິສັດ Nippon Koei ຈະ​ສະ​ໜອງ​ບໍລິການ​ທີ່​ປຶກສາ​​ນັກ​ປະມູນກໍ່ສ້າງ​ບັນດາ​ກິດຈະກຳ​ເປີດ​ກວ້າງ​ສະໜາມ​ບິນ ​ເພື່ອ​ແນ​ໃສ່​ຮັບປະກັນ​ຮັບ​ເອົາ​ເຮືອບິນ, ​ໂດຍສານ ​ແລະ ສິນຄ້າ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ບັນດາ​ກິດ​ຈະກຳ​ໄດ້​ຮັບ​ການ​ເປີດ​ກວ້າງ​ລວມມີ ທ່າອາກາດ​ສະຍານ ແລະ ​ເຂດ​ຈອດ​ລົດ. ບັນດາ​ກິດຈະກຳ​ເຊິ່ງ​ໄດ້​ຮັບ​ການ​ກໍ່​ສ້າງ​ໃໝ່​ລວມມີ: ທ່າ​ອາກາດ​ສະຍານພາຍ​ໃນ​ປະ​ເທດ, ​​​​ໂຮງ​ສ້ອມ​ແປງ​ເຮືອ​ບິນ, ລານ​ບິນ.

        ​ໂຄງການ​ເປີດ​ກວ້າງ​ສະໜາມ​ບິນ​ສາກົນ ວັດ​ໄຕ ນຳ​ໃຊ້​ແຫຼ່ງທຶນ​ອຸປະ​ທຳ​ພັດທະນາ​ທາງ​ການ (ODA) ຂອງ​ລັດຖະບານ​ຍີ່ປຸ່ນ ຕາມ​​ສະ​ເໜີ​ຂອງ​ລັດຖະບານ​ລາວ. ​ໂຄງການ​ປະຕິບັດ​ໃນ​ໄລຍະ 59 ​ເດືອນ. ດ້ວຍຍອດ​ຈຳ​ນວນ​ເງິນ​ເກືອບ 100 ລ້ານ USD.

ຂ່າວ/ບົດ​ອື່ນ