ລາວແລະໄທວາງຄາດໝາຍຍົກວົງເງິນການຄ້າສອງສົ້ນ

ລາວແລະໄທວາງຄາດໝາຍຍົກວົງເງິນການຄ້າສອງສົ້ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທປ​ຣາ​ຢຸດ ຈັນ​ໂອ​ຈາ
  ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ສິງ ທຳ​ມະ​ວົງ
ພ​າບ:vietnamplus.vn

(vovworld)-​ ລາວ ແລະ ໄທ ວາງ​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຈາກ​ລະ​ດັບ 5,4 ຕື້ USD ໃນ​ປີນີ້​ໃຫ​້​ຂຶ້ນ​ເຖິງ 8 ຕື້ USD ໃນ​ 3 ປີ​ຈະ​ມາ​ເຖິງ. ທີ່​ການ​ປະ​ຊຸມ​ລະ​ຫວ່າງ​ທ່ານ​ນາງ ເຂັມ​ມະ​ນີ ພົນ​ເສ​ນາ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ​ການ​ຄ້າ​ລາວ ແລະ ຄູ່​ຕຳ​ແຫນ່ງ ຈັດ​ໄຊ ສະ​ຣີ​ກັນ​ຣະຢະ ທີ່​ຫາກໍ່​ດຳ​ເນີນ​ຢູ່ ບາງກອກ ໄດ້​ປຶກ​ສາ​ຫາ​ລື​ວິ​ທ​ີ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ຜ່ານ​ຊາຍ​ແດນ​ກໍ​ຄື​ບັນ​ດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ໃຫ້​ສອງ​ປະ​ເທດ​ກະ​ກຽມ​ການ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຊື່ງ​ຈະ​ດຳ​ເນີນ​ໄປ​ໃນ​ທ້າຍ​ປີນີ້. ສອງ​ຝ່າຍ​ເຫັນ​ດີ​ຈະ​ຊຸກ​ຍູ້​ເພື່ອ​ຫັນ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ ສ​ປ​ປ ລາວ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ ເມື່ອ​ທ້າຍ​ເດືອນ 11/2014 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ຂ່າວ/ບົດ​ອື່ນ