ວັງ Kremlin ກ່າວຫາ ອາເມລິກາ ແຊກແຊງເຂົ້າວຽກງານພາຍໃນຂອງລັດເຊຍ

(VOVWORLD) - ວັນທີ 3 ກັນຍາ, ວັງ Kremlin ໄດ້ກ່າວຫາ ອາເມລິກາ ທີ່ໄດ້ມີການກະທໍາຢ່າງ “ຫຍາບຊ້າ” ເມື່ອຊອກຫາວິທີເຕົ້າໂຮມບັນດາພົນລະເມືອງລັດເຊຍ ເພື່ອນັກສືບໃຫ້ແກ່ ອາເມລິກາ, ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນ ວໍຊິງຕັນ ພວມແຊກແຊງເຂົ້າວຽກງານພາຍໃນຂອງ ມົດສະກູ.

ວັງ Kremlin ກ່າວຫາ ອາເມລິກາ ແຊກແຊງເຂົ້າວຽກງານພາຍໃນຂອງລັດເຊຍ - ảnh 1ທ່ານ Oleg Deripaska

(ພາບ: Bloomber)

ຄໍາເຫັນດັ່ງກ່າວ ໂດຍໂຄສົກວັງ Kremlin Dmitry Peskov ຍົກອອກມາ ເມື່ອໄດ້ຖາມກ່ຽວກັບບົດຂຽນ ທີ່ລົງພິມໂດຍໜັງສືພິມ New York Times, ໃນນັ້ນໄດ້ເວົ້າວ່າ ກົມສືບສວນສະຫະລັດອາເມລິກາ (FBI) ແລະ ກະຊວງຍຸຕິທໍາ ອາເມລິກາ ໄດ້ຊອກຫາວິທີຮັບສະໝັກເຈົ້າເສດຖີ Oleg Deripaska ເພື່ອສະໜອງຂໍ້ມູນໃນໄລຍະແຕ່ປີ 2014 – 2016, ແຕ່ບໍ່ໄດ້ຮັບຜົນສໍາເລັດ.

        ທ່ານໂຄສົກ Peskov ໄດ້ຊີ້ແຈ້ງຄວາມຈິງວ່າ ໃນຊຸມປີຜ່ານມາ, ອາເມລິກາ ໄດ້ມານະພະຍາຍາມນໍາໃຊ້ບັນດາອົງການສືບລາຊະການລັບ ເພື່ອຊອກວິທີຮັບສະໝັກພົນລະເມືອງ ລັດເຊຍ, ກໍ່ກໍາລັງດັນດ້ານຈິດໃຈ ແລະ ບັນດາກໍາລັງດັນອື່ນໆສໍາລັບເຂົາເຈົ້າ. ທ່ານໂຄສົກ Peskov ເນັ້ນໜັ້ກວ່າ: “ບັນດາການກະທໍາດັ່ງກ່າວ ແມ່ນວິທີສະແດງໃຫ້ເຫັນແຈ້ງທີ່ສຸດເຖິງເຈດຕະນາຂອງອາເມລິກາ ໃນການແຊກແຊງເຂົ້າວຽກງານພາຍໃນຂອງລັດເຊຍ”.

ຕອບກັບ

ຂ່າວ/ບົດ​ອື່ນ