ວົງການການນຳຝ່າຍຕາເວັນຕົກປຶກສາຫາລືຄວາມສາມາດແຊກແຊງການທະຫານເຂົ້າ ຊີຣີ

ວົງການການນຳຝ່າຍຕາເວັນຕົກປຶກສາຫາລືຄວາມສາມາດແຊກແຊງການທະຫານເຂົ້າ ຊີຣີ - ảnh 1
ກຳ່ປັນຂອງ ອາເມລິກາ ຢູ່ໃກ້ກັບ ຊີຣີ
(ພາບ: AFP/TTXVN)

(vovworld) – ​ໃນ​ສະພາບ​ການ​ວົງ​ການ​ການ​ນຳ​ຝ່າຍ​ຕາ​ເວັນ​ຕົກ ພວ​ມປຶກສາ​ຫາລື​ກ່ຽວ​ກັບ​ປະຕິກິລິ​ຍາ​ຂອງ​ປະຊາ​ຄົມ​ໂລກ​ສຳລັບ​ການ​ບຸກ​ໂຈມ​ຕີ​ໄດ້​ຮັບ​ຖື​ວ່າ ນຳ​ໃຊ້​ອາວຸດ​ເຄມີ​ຢູ່​ຊານ​ນະຄອນ​ຫຼວງ Damascus ຂອງ ຊີຣີ ​ເມື່ອ​ອາທິດ​ກ່ອນ, ບັນດາ​ແຫຼ່ງຂ່າວ​ຈາກ​ລັດຖະບານ ອັງກິດ ​ໄດ້​ເປີດ​ເຜີຍ​ຄວາມ​ສາມາດ​ແຊກ​ແຊງດ້ານ​ການ​ທະຫານ​​ເຂົ້າ​ຊີຣີ, ​ເຊິ່ງ​ເປີດ​ສາກ​ອາດ​ຈະ​ແມ່ນ​ການ​ບຸກ​ໂຈມ​ຕີ​ສົມທົບ​ລະຫວ່າງ​ທັບ​ອາກາດ ​ແລະ ທັບເຮືອ​ໃນ​ເວລາ 1 ອາທິດ. ວັນ​ທີ 26/8, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາຍົກ​ລັດຖະມົນຕີ ອົດ​ສະ​ຕາ​ລີ Kevin Rudd ​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກ່ຽວ​ກັບ​ບັນຫາ​ນຳ​ໃຊ້ອາ​ວຸດ​ເຄມີ​ໃນ​ການ​ປະ​ທະ​ກັນ​ຢູ່ ຊີຣີ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ທຳນຽບຂາວ ​ໃຫ້​ຮູ້​ວ່າ: ການ​ນຳ 2 ທ່ານ​ໄດ້ “ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ” ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ອາວຸດ​ເຄມີ​ໄດ້​ຮັບ​ການ​ນຳ​​ໃຊ້​ໃນ​ການ​ປະທະ​ກັນ​ລະຫວ່າງ​ກອງທັບ​ລັດຖະບານ ​ແລະ ກຳລັງ​ຝ່າຍ​ຄ້ານ ຊີຣີ, ພ້ອມ​ທັງ​ແລກປ່ຽນ​ກ່ຽວ​ກັບ “ບັນດາ​ປະຕິກິລິຍາ​ອາດ​ຈະ​ປະຕິບັດ​ໄດ້” ທີ່​ມີ​ຕໍ່​ເຫດການ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ