ວົງການນັກຊ່ຽວຊານ ຢັ້ງຢືນບົດບາດເປັນເສົາຄ້ຳຂອງ ຫວຽດນາມ ສຳລັບວິໄສທັດປະຊາຄົມ ອາຊຽນ 2045
(VOVWORLD) - ຫວຽດນາມ ຍາມໃດກໍມີວິໄສທັດກ່ຽວກັບແບບວິທີການເຄື່ອນໄຫວ ແລະ ທິດກ້າວເດີນຂອງ ອາຊຽນ, ກໍຄື ບັນດາມາດຕະການຮ່ວມສຳພັນໃນຂົງເຂດເສດຖະກິດ - ການຄ້າ.
ທ່ານເລຂາທິການໃຫຍ່ ອາຊຽນ, ປອ. Kao Kim Hourn (ພາບ:TTXVN) |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 30 ປີ ແຫ່ງ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/07/1995 – 28/07/2025), ທ່ານເລຂາທິການໃຫຍ່ ອາຊຽນ, ປອ. Kao Kim Hourn ແລະ ວົງການນັກໄຈ້ແຍກຢູ່ ກຳປູເຈຍ, ໄດ້ເນັ້ນໜັກເປັນພິເສດເຖິງບົດບາດຊຸກຍູ້ຂອງ ຫວຽດນາມ, ດ້ວຍຖານະເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະ ຕັ້ງໜ້າ ໃນ ອາຊຽນ, ພ້ອມກັນສ້າງທີ່ຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ, ສັນຕິພາບ, ພັດທະນາແບບຍືນຍົງ ແລະ ກວມລວມ. ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເຊື່ອໝັ້ນວ່າ ໃນ 20 ປີຈະມາເຖິງ, ຫວຽດນາມ ຈະສືບຕໍ່ເປັນປັດໄຈທີ່ຕັ້ງໜ້າ, ໜູນຊ່ວຍກຸ່ມກາຍເປັນປະຊາຄົມ ອາຊຽນ ທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຖືມະນຸດເປັນໃຈກາງໃຫ້ປະກົດຜົນເປັນຈິງ. ທ່ານຢັ້ງຢືນວ່າ: ຫວຽດນາມ ໝັ້ນຄົງເຂັ້ມແຂງ ໝາຍຄວາມວ່າ ອາຊຽນ ໝັ້ນຄົງເຂັ້ມແຂງ ແລະ ກົງກັນຂ້າມ.
ໃນຂະນະນັ້ນ, ທ່ານ Puy Kea, ປະທານສະໂມສອນນັກຂ່າວ ກຳປູເຈຍ (CCJ) ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍມີວິໄສທັດກ່ຽວກັບແບບວິທີການເຄື່ອນໄຫວ ແລະ ທິດກ້າວເດີນຂອງ ອາຊຽນ, ກໍຄື ບັນດາມາດຕະການຮ່ວມສຳພັນໃນຂົງເຂດເສດຖະກິດ - ການຄ້າ. ໃນນັ້ນ, ມີເລື່ອງຊອກຫາມາດຕະການໃຫ້ແກ່ບັນດາການຂັດແຍ້ງຢູ່ທະເລຕາເວັນອອກ - “ເຊິ່ງເປັນບັນຫາທີ່ ຫວຽດນາມ ໄດ້ຍົກອອກມາ ແລະ ສະແດງມາດຕະການລວມຂອງ ອາຊຽນ ເປັນປະຈຳໃນທຸກເວທີປາໄສ”.