ວົງການນັກຊ່ຽວຊານ ແລະ ນັກຮຽນຮູ້ຕີລາຄາສູງການຢ້ຽມຢາມ ລັດເຊຍ ຂອງເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ວົງການນັກຊ່ຽວຊານ ແລະ ນັກຮຽນຮູ້ ລັດເຊຍ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ ສຳລັບການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.

ທ່ານ Sergey Luzianin ຫົວໜ້າສະຖາບັນຕາເວັນອອກໄກ ຖືວ່າ: ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຈະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ເປັນຕົ້ນໃນຂົງເຂດເສດຖະກິດ, ການເມືອງ, ມະນຸດສະທຳ ເລິກເຊິ່ງຂຶ້ນຕື່ມ ແລະ ມີຄຸນນະພາບ.

        ໃນຂະນະນັ້ນ, ຫົວໜ້າພະແນກປະຫວັດສາດບັນດາປະເທດຕາເວັນອອກສັງກັດມະຫາວິທະຍາໄລແຫ່ງຊາດ St.Peterburg, ສາດສະດາຈານ Vladimir Kolotov ໄດ້ເນັ້ນໜັກວ່າ ນັບແຕ່ປີ 1986 ໂດຍອີງໃສ່ແນວທາງປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານດີເລີດ, ກາຍເປັນ “ເສືອໂຕໃໝ່ຂອງ ອາຊີ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ