ວົງການນັກຊ່ຽວຊານກ່າວເຕືອນ“Brexit“ຈະບັງຄັບອັງກິດຕ້ອງແກ່ຍາວນະໂຍບາຍຮັດເຂັມຄັດ


ວົງການນັກຊ່ຽວຊານກ່າວເຕືອນ“Brexit“ຈະບັງຄັບອັງກິດຕ້ອງແກ່ຍາວນະໂຍບາຍຮັດເຂັມຄັດ - ảnh 1
(ພາບ​ປະ​ກອບ: reuters)

(vovworld) - ສະ​ຖາ​ບັນ​ຄົ້ນ​ຄ້ວາ​ດ້ານ​ການ​ເງິນ (IFS) ຫາ​ກໍ່​ອອກສຽງກ່າວ​ເຕືອນ​​ເລື່ອງ ອັງກິດ​ອອກ​ຈາກສະຫະພາບ​ເອີ​ລົບ (ອີ​ຢູ), ຫຼື​ເອີ້ນ​ວ່າ “Brexit“ ຈະ​ບັງຄັບ​ໃຫ້​ປະ​ເທດ​ນີ້ຕ້ອງ​ແກ່ຍາວ​ນະ​ໂຍບາຍ “​ຮັດ​ເຂັມຄັດ“ ຕື່ມ​ອີກ 2 ປີ​ເມື່ອ​ທຽບ​ໃສ່​ແຜນການ​ທີ່​ໄດ້​ວາງ​ອອກ, ​ເພື່ອ​ບັນລຸ​ຄາດໝາຍ​ເ​ຫຼື​ອງົບປະມານ. ຂໍ້​ສັງ​ເກດ​ດັ່ງກ່າວ​ຖືກ IFS ​ຍົກ​ອອກ​ມາ ​ໃນ​ຂະນະ​ທີ່​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ ​ອັງກິດຈະ​ອອກ​ຈາກ ອີ​ຢູຫຼື​ບໍ​ນັບ​ມື້​ນັບ​ຂ້ຽວຂາດ​ຢູ່ ອັງກິດ, ກ່ອນ​ທີ່​ປະ​ເທດ​ນີ້​ດຳ​ເນີນ​ການ​ລົງ​ປະຊາ​ມະຕິ​ໃນ​ວັນ​ທີ 23/6. ທ່ານ  Carl Emmerson, ຜູ້ອຳນວຍການ IFS, ​ເນັ້ນ​ໜັກ​ວ່າ, ​ເຖິງ​ວ່າ​ບໍ່​ທັນ​ຄິດ​ໄລ່​ຊັ່ງຊາ​ຢ່າງ​ລະອຽດ​ກ່ຽວ​ກັບ​ຜົນ​ຢ້ອນ​ຫຼັງ​ຂອງ​ເລື່ອງ​ອອກ​ຈາກ ອີ​ຢູ ສຳລັບ​ພື້ນຖານ​ເສດຖະກິດ ​ແລະ ພື້ນຖານ​ການ​ເງິນ​ສາທາລະນະ​ຂອງ ອັງກິດ​ກໍ່ຕາມ, ​ແຕ່​ສິ່ງ​ທີ່​ແນ່ນອນ​ນັ້ນ​ແມ່ນ, ຖ້າ​ອອກ​ຈາກ ອີ​ຢູ, ປະ​ເທດ ​ອັງກິດ​ຈະ​ຕ້ອງ​ປະສົບ​ກັບ​ຄວາມ​ເສຍ​ຫາຍ​ຫຼາຍ​ກວ່າ ​ເມື່ອ​ທຽບ​ໃສ່​ທຸກ​ສິ່ງ​ທຸກ​ຢ່າງ​ເຊິ່ງພື້ນຖານ​ດ້ານ​ການ​ເງິນ​ສາທາລະນະ​ຮັບມາ​ໄດ້​ຈາກ​ເລື່ອງ​ບໍ່​ຕ້ອງ​ປະກອບສ່ວນ​ເຂົ້າ​ງົບປະມານ​ຂອງ ອີ​ຢູ.

ຂ່າວ/ບົດ​ອື່ນ