ວົງການນັກຊ່ຽວຊານຂອງອາເມລິກາຕີລາຄາກ່ຽວກັບຄວາມໝາຍຢ່າງຕັ້ງໜ້າຂອງການເຈລະຈາຂັ້ນສູງອາເມລິກາ - ຈິນ.

(VOVWORLD) -ຫາງສຽງອາເມລິກາ ເປັນຕົ້ນແມ່ນວົງການນັກຮຽນຮູ້ທີ່ມີຊື່ສຽງມີຄວາມສົນໃຈເປັນພິເສດເຖິງການເຈລະຈາລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງອາເມລິກາ - ຈີນຢູ່ ອາລັດສະກາ ທີ່ສິ້ນສຸດລົງເມື່ອວັນທີ 19 ມີນາ
ວົງການນັກຊ່ຽວຊານຂອງອາເມລິກາຕີລາຄາກ່ຽວກັບຄວາມໝາຍຢ່າງຕັ້ງໜ້າຂອງການເຈລະຈາຂັ້ນສູງອາເມລິກາ - ຈິນ. - ảnh 1ການເຈລະຈາລະຫວ່າງເຈົ້າໜ້າທີ່ຂັ້ນສູງຂອງອາເມລິກາ - ຈີນຢູ່ ອາລັດສະກາ

ນີ້ແມ່ນການພົບປະຄັ້ງສຳຄັນຄັ້ງທຳອິດລະຫວ່າງການນຳສອງປະເທດໃນສະໄໝອຳນາດການປົກປົກຄອງຂອງປະທານາທິບໍດີຂອງໂຈໄບເດນ ພາຍຫຼັງການພົວພັນສອງຝ່າຍຖືກຕົກຕ່ຳລົງໃນລະດັບຕ່ຳສຸດໃນໄລຍະ 4 ປີ.

     ທ່ານນາງ ເອຣີຊາແບັດເຟຣັນລາຣຸດ ສາດສະດາຈານວິທະຍາສາດການເມືອງແລະບັນດາບັນຫາສາກົນສັງກັດມະຫາວິທະຍາໄລ ມາຣີວໍຊິງຕັນ ຖືວ່າ ອາເມລິກາ ແລະ ຈີນຄວນມີການເຈລະຈາໂດຍກົງເພື່ອອາດຈະຖ່າຍທອດສານໃຫ້ກັນຢ່າງຈິງໃຈ. ການເຈລະຈາໄດ້ນຳມາເຊິ່ງກາລະໂອກາດ ເພື່ອໃຫ້ສອງຝ່າຍພ້ອມກັນຕີລາຄາກ່ຽວກັບການພົວພັນສອງຝ່າຍຢ່າຍເຂັ້ມງວດ.

      ສ່ວນນັກຊ່ຽວຊານດານີແອນຣຸດແຊວ ຮອງປະທານຮັບຜິດຊອບບັນຫາຄວາມໝັ້ນຄົງສາກົນແລະ ການທູດສັງກັດສະຖາບັນນະໂຍບາຍສັງຄົມອາຊີໄດ້ສະແດງຄວາມຫວັງວ່າການເຈລະຈາຈະແມ່ນບາດກ້າວເດີນທຳອິດ ບົນເສັ້ນທາງມຸ່ງໄປສູ່ສາຍພົວພັນທີ່ມີລັກສະນະສ້າງສັນ ມີຄວາມກ້ຳເກິ່ງກວ່າລະຫວ່າງອາເມລິກາ ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ