ວົງການນັກຮຽນຮູ້ເຢຍລະມັນຕຳນິຕິຕຽນຢ່າງແຮງຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກ

ວົງການນັກຮຽນຮູ້ເຢຍລະມັນຕຳນິຕິຕຽນຢ່າງແຮງຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:baotintuc.vn

(vovworld)-​ ຕອນ​ຄ່ຳ​ວັນ​ທີ9/12, ກອງ​ປະ​ຊຸມ​ສຳ​ມະ​ນາ “ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ໄດ້​ດຳ​ເນີນໄປ​ຢູ່ ສຳ​ນັກ​ງານ​ຫນັງ​ສື​ພິມ “Die Tageszeitung” ​ທີ່ ນະ​ຄອນ​ຫລວງ Berlin ປະ​ເທດ ເຢຍ​ລະ​ມັນ. ກອງ​ປະ​ຊຸມ​ສຳ​ມະ​ນາ​ໂດຍ​ທ່ານ ດ​ຣ Gerhard Will, ອະ​ດີດ​ນັກ​ວິ​ຊາ​ການ​ຂັ້ນ​ສູງ ສະ​ຖາ​ບັນ​ວິ​ທະ​ຍາ​ສາດ ແລະ ການ​ເມືອງ ເຢຍ​ລະ​ມັນ ເປັນ​ເຈົ້າ​ພາບ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ, ນັກ​ເຄື່ອນ​ໄຫວ​ສັງ​ຄົມ ແລະ ນັກ​ຮຽນ​ນັກ​ສຶກ​ສາ​ຂອງ​ເຢຍ​ລະ​ມັນ​ປະ​ມານ 40 ຄົນ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ດ​ຣ Gerhard Will  ຢືນ​ຢັນ​ວ່າ: ປະ​ຊາ​ຄ​ົມ​ໂລກ, ໃນ​ນັ້ນ ມີ​ເຢຍ​ລະ​ມັນ ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍດ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ການ​ແລກ​ປ່ຽນ​ການ​ຄ້າ​ຜ່ານ​ການ​ເດີນ​ທະ​ເລ, ການ​ບິນ ສຳ​ລັບ​ບັນ​ດາ​ເສັ້ນ​ທາງ​ຜ່ານ​ທະ​ເລ​ຕາ​ເວັນ​ອອກ. ດ​ຣ Gerhard Will ຖື​ວ່າ: ບັນ​ດາ​ການ​ຜັນ​ແປ​ໃນ​ໄລ​ຍະ​ມໍ່ໆ​ມານີ້ຂອງ​ຈີນ​ຄື: ຈີນ ຍູ້​ແຮງ​ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​​ຢ່າງຜິດ​ກົດ​ໝາຍ​ຢູ່ ຮ່​ວາງ​ຊາ ແລະ ເຈື່ອງ​ຊາແລະ ກ່ອນ​ຫນ້ານັ້ນ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ​ ໄຮ່​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ເສດ​ຖະ​ເກິດ​ຈຳ​ເພາະ​ຂອງ​ຫວຽດ​ນາມ ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ພາກ​ພື້ນ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ຄ​ືນ​ໃຫມ່. ສ່ວນ ດ​ຣ Andreas Seifert ຜູ້​ຊ່ຽວ​ຊານ​ໄຈ້​ແຍກ​ການ​ທະ​ຫານ ຂຶ້ນ​ກັບ​ສະ​ມາ​ຄົມ​ຄົ້ນ​ຄ້​ວາ​ການ​ທະ​ຫານ Tuebingen ຂອງ​ເຢຍ​ລະ​ມັນ ຖື​ວ່າ: ຄຳ​ຮຽກ​ສິດ ​ທາງ 9 ຕອນ ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ໄຮ້​ເຫດ​ຜົນ ນັບ​ທັງ​ດ້ານ​ກົດ​ໝາຍ ແລະ ພູມ​ສາດ.

ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ແງ່​ຫວັງ​ຂອງ​ມາດ​ຕະ​ຖານ​ໃຫ້​ແກ່​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ນັກ​ຮຽນ​ຮູ້​ຫລາຍ​ທ່ານ ຖື​ວ່າ: ຄວາມ​ຄັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພຽງ​ແຕ່​ແກ້​ໄຂ​ໂດຍ​ສັນ​ຕິວ​ິ​ທີ, ເຄົາ​ລົບ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍທະ​ເລ​ປີ 1982 ແລະ ປະ​ຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​ມີ​ສຽງ​ເວົ້າ​ຢ່າງ​ແຮງກວ່​າ​ໃນ​ການ​ແກ້​ໄຂ​ຄວາມ​ຄັດ​ແຍ້ງ​ຢູ່​ພາກ​ພື້ນນີ້.

ຂ່າວ/ບົດ​ອື່ນ