ວົງ​ການ​ເຈົ້າ​ໜ້າ​ທີ່​ຕີ​ລາ​ຄາ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຕໍ່​ກະ​ແສ​ຊາວ​ອົບ​ພະ​ຍົບ​ຢູ່​ອາ​ເມ​ລິ​ກາ​ກາງ

(VOVWORLD) - ຕາມການຄາດຄະເນຂອງວົງການນັກຊ່ຽວຊານແລ້ວ, ການປ່ຽນແປງຂອງດິນຟ້າອາກາດຈະເຮັດໃຫ້ ຈຳນວນຊາວອົບພະຍົບແຕ່ ອາເມລິກາກາງ ໄປຍັງ ເມັກຊີໂກ ແລະ ອາເມລິກາ ເພີ່ມຂຶ້ນ, ປະກົດການນີ້ໄດ້ ແລະ ພວມກໍ່ວິກິດການທີ່ຮ້າຍແຮງຢູ່ເຂດຊາຍແດນ ລະຫວ່າງ ສອງປະເທດນີ້ ໃນຫຼາຍເດືອນຜ່ານມາ.

ວົງ​ການ​ເຈົ້າ​ໜ້າ​ທີ່​ຕີ​ລາ​ຄາ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຕໍ່​ກະ​ແສ​ຊາວ​ອົບ​ພະ​ຍົບ​ຢູ່​ອາ​ເມ​ລິ​ກາ​ກາງ - ảnh 1ຊາວອົບພະຍົບລີ້ໄພ (ພາບ: AFP/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມລາຍວັນ ເມັກຊີໂກ El Universal, ທ່ານນາງ Daniela Picon ຜູ້ປະສານງານອົງການພົບພະຍົບ Casa del Migrante Betania ທີ່ ເຄື່ອນໄຫວຢູ່ລັດ Peten ຕິດກັບຊາຍແດນ ເມັກຊີໂກ ໃຫ້ຮູ້ວ່າ ບັນດາໄພພິບັດທຳມະຊາດທີ່ເກີດຂຶ້ນໃນປີ 2020 ໄດ້ເຮັດໃຫ້ຫຼາຍຄົນຕັດສິນໃຈອົບພະຍົບໄປຍັງເຂດອື່ນ, ຍ້ອນວ່າການເກັບກ່ຽວບໍ່ໄດ້ຮັບຜົນດີ ແລະ ດິນດອນບໍ່ສາມາດປູກຝັງໄດ້.

ທ່ານ Luis Jimenez ປ.ອ ດ້ານຄຸນສົມບັດຊີວະສາດ ແລະ ບັນດາລະບົບການຜະລິດກະສິກຳເຂດຮ້ອນແບບຍືນຍົງ ຮອງປະທານສະຖາບັນສິດທິມະນຸດ ລະຫວ່າງ ອາເມລິກາ ກ່າວເຕືອນວ່າ ບັນດາປະກົດການອາກາດຮ້າຍແຮງ ທີ່ພວມເກີດນັ້ນໄດ້ເກີດຂຶ້ນຫຼາຍກ່ວາເກົ່າ ດ້ວຍກຳລັງແຮງທີ່ໃຫຍ່ກ່ວາ ຍ້ອນການປ່ຽນແປງຂອງດິນຟ້າອາກາດ.

ເຫັນດີກັບທັດສະນະດັ່ງກ່າວ, ຫວ່າງມໍ່ໆມານີ້ ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ກໍ່ກ່າວເຕືອນວ່າ ບັນດາປະເທດທີ່ຢູ່ທະວີບອາເມລິກາເໜືອ - ກາງ ຕ້ອງປະເຊີນໜ້າກັບ “ຫຼາຍປັດໄຈທີ່ຂາດຄວາມໝັ້ນຄົງດ້ານສະບຽງອາຫານ”.

ຕອບກັບ

ຂ່າວ/ບົດ​ອື່ນ