ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ ລັດ​ເຊຍ, ຕວັກ​ກີ ແລະ ຊີ​ຣີ ເຈ​ລະ​ຈາ​ສາມ​ຝ່າຍ

(VOVWORLD) -ທ່ານ Sergey Shoygu ລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດນີ້ ພ້ອມກັບຄູ່ຕຳແໜ່ງ ຊີຣີ ແລະ ຕວັກກີ ໄດ້ດຳເນີກການເຈລະຈາ 3 ຝ່າຍຢູ່ ມົດສະກູ ໃນວັນທີ 28 ທັນວາ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການແກ້ໄຂວິກິດການຢູ່ ຊີຣີ, ບັນຫາຊາວອົບພະຍົບ, ຄວາມມານະພະຍາຍາມລວມ ເພື່ອຮັບມືກັບພວກຫົວຮຸນແຮງຢູ່ ຊີຣີ. 
ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຊາດ ລັດ​ເຊຍ, ຕວັກ​ກີ ແລະ ຊີ​ຣີ ເຈ​ລະ​ຈາ​ສາມ​ຝ່າຍ - ảnh 1ທ່ານ Sergey Shoygu ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ (ພາບ: AP)

ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ ທ່ານ Sergey Shoygu ລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດນີ້ ພ້ອມກັບຄູ່ຕຳແໜ່ງ ຊີຣີ ແລະ ຕວັກກີ ໄດ້ດຳເນີກການເຈລະຈາ 3 ຝ່າຍຢູ່ ມົດສະກູ ໃນວັນທີ 28 ທັນວາ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການແກ້ໄຂວິກິດການຢູ່ ຊີຣີ, ບັນຫາຊາວອົບພະຍົບ, ຄວາມມານະພະຍາຍາມລວມ ເພື່ອຮັບມືກັບພວກຫົວຮຸນແຮງຢູ່ ຊີຣີ. ພາຍຫຼັງການພົບປະ, ລັດຖະມົນຕີ 3 ປະເທດ ໄດ້ຕີລາຄາວ່າ ການເຈລະຈາດັ່ງກ່າວຖືກດຳເນີນບົນຈິດໃຈສ້າງສັນ, ພ້ອມທັງເນັ້ນໜັກເຖິງຄວາມຈຳເປັນສືບຕໍ່ດຳເນີນການເຈລະຈາເພື່ອໃຫ້ສະພາບການຢູ່ ຊີຣີ ກໍຄື ພາກພື້ນ ມີສະຖຽນລະພາບຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ