ວົງການເຈົ້າໜ້າທີ່ອີຢູຍົກອອກມາດຕະການຄັດຄ້ານທັດສະນະຂອງອາເມລິກາກ່ຽວກັບ Jerusalem

(VOVWORLD) -ບັນດານັກການທູດສະຫະພາບເອີລົບ (ອີຢູ) ຢູ່ຕາເວັນອອກາງ ໄດ້ສະເໜີມາດຕະການເພື່ອແນໃສ່ຄັດຄ້ານຂໍ້ຕົກລົງຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີ່ຮັບຮອງ Jerusalem ເປັນນະຄອນຫຼວງຂອງອິດສະຣາແອນ.

ວົງການເຈົ້າໜ້າທີ່ອີຢູຍົກອອກມາດຕະການຄັດຄ້ານທັດສະນະຂອງອາເມລິກາກ່ຽວກັບ Jerusalem - ảnh 1 ທ່ານປະທານາທິບໍດີ Donald Trump ຮັບຮອງ Jerusalem ເປັນນະຄອນຫຼວງຂອງອິດສະຣາແອນ

(ພາບປະກອບ: Reuters)

ບັນດາມາດຕະການທີ່ໄດ້ຍົກອອກມາໃນບົດລາຍງານລັບສະບັບໜຶ່ງຂອງບັນດາເອກອັກຄະລັດຖະທູດອີຢູ ທີ່ປະຈຳຢູ່ Jerusalem ຕາເວັນອອກ, Ramallda ແລະ ເຂດແຄ້ວນ ປາແລດສະຕິນ ຖືກອິດສະຣາແອນ ຢຶດຄອງ, ພາຍຫຼັງທ່ານປະທານາທິບໍດີອາເມລິກາໄດ້ຮັບຮອງຖະແຫຼງການຂອງອິດສະຣາແອນ ໃນວັນທີ 06 ທັນວາ 2017 ພຽງລຳພັງຝ່າຍດຽວກ່ຽວກັບ Jerusalem. ຕາມບົດລາຍງານແລ້ວ, ບັນດາປະເທດອີຢູ ຈະຕ້ອງຍົກອອກ “ສານຮ່ວມ” ຢືນຢັນວ່າ ເອີລົບ ຈະ “ສືບຕໍ່ເຄົາລົບຂໍ້ຕົກລົງສາກົນ”, ຕາມນັ້ນແລ້ວ, ປາແລດສະຕິນ ແລະ ອິດສະຣາແອນ ຕ້ອງພ້ອມກັນນຳໃຊ້ສ່ວນໃດສ່ວນໜຶ່ງຂອງ Jerusalem ໃນມາດຕະການແກ້ໄຂ 2 ລັດ. ບັນດາປະເທດອີຢູ ກໍ່ຕ້ອງຮັບປະກັນວ່າ ທີ່ຕັ້ງຂອງບັນດາອົງການທູຕານຸທູດຂອງເຂົ້າເຈົ້າຍັງຄົງໄດ້ຮັກສາໄວ້ໃນສະພາບເດີມຄືໃນປະຈຸບັນ ຈົນເຖິງເມື່ອໃດບັນຫາກົດລະບຽບທາງການກ່ຽວກັບ Jerusalem ໄດ້ຮັບການແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ