ວົງຄະນາຍາດຮ່ວມແຮງຮ່ວມໃຈຊ່ວຍເຫລືອຜູ້ຕິດຢາເສບຕິດ

 ວົງຄະນາຍາດຮ່ວມແຮງຮ່ວມໃຈຊ່ວຍເຫລືອຜູ້ຕິດຢາເສບຕິດ - ảnh 1
ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ
ພາບ:vinhphuc.gov.vn

(vovworld)- ​ວັນ​ທີ 19/6, ຢູ່ ນະ​ຄອນ ຫວີງ​ອຽນ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊ​ົນ​ແຂວງ ຫວີງ​ຟຸກ ຈັດ​ຕັ້ງ​ງານ​ຊຸມ​ນຸມ​ມິດ​ຕິງ​ຕອບ​ສະ​ຫນອງ​ “ເດືອນ​ເຄື່ອນ​ໄຫວ​ປ້ອງ​ກັນ,ຄວບ​ຄຸມ​ຢາ​ເສບ​ຕິດ​ປີ 2015”. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຮຽກ​ຮ້ອງວົງ​ຄະ​ນາ​ຍາດ​ໃນ​ສັງ​ຄົມ​ບໍ່​ຈຳ​ແນກ​ການ​ປະ​ພຶດ​ສຳ​ລັບ​ຜູ້​ຕິດ​ຢາ​ເສບ​ຕິດ, ຄວນ​ຊ່ວຍ​ເຫລືອ​ເພື່ອ​ໃຫ້ເຂົາ​ເຈົ້າ​ເຊື່ອມ​ຕົວ​ກັບ​ວົງ​ຄະ​ນາ​ຍາດ, ມີ​ວຽກ​ເຮັດ​ງານ​ທຳ ແລະ ມີ​ຊີ​ວິດ​ເປັນ​ປົກ​ກະ​ຕິ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຮຽກ​ຮ້ອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຈົ່ງ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້​ຜູ້​ຕິດ​ຢາ​ເສບ​ຕິດ ແລະ ຜູ້​ພວມ​ບຳ​ບັດ​ຢາ​ເສບ​ຕິດມ​ີ​ວຽກ​ເຮັດ​ງານ​ທຳ.

 

ຕອບກັບ

ຂ່າວ/ບົດ​ອື່ນ