ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມແລະສະຫະພັນເສດຖະກິດອາຊີ-ເອີລົບຈະບັນລຸ10ຕື້USD

ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມແລະສະຫະພັນເສດຖະກິດອາຊີ-ເອີລົບຈະບັນລຸ10ຕື້USD - ảnh 1
ກອງ​ປະ​ຊຸມ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/10
(ພາບ: baocongthuong.com.vn)


(vovworld) – ສັນ​ຍາ​ການ​ຄ້າ​ເສ​ລີ ອາ​ຊີ - ເອີ​ລົບ (EAEU) ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 12/10. ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ຕະຫຼາ​ດນີ້, ຕອນ​ເຊົ້າ​ວັນ​ທີ 12/10, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ. ເພື່ອ​ໃຫ້​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ບັນ​ລຸ 10 ຕື້ USD ໃນ​ປີ 2020, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ພວມ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ ແລະ ສົ່ງ​ເສີມ​ການ​ຄ້າ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ໝູນ​ໃຊ້​ບັນ​ດາ​ທ່າ​ແຮງ​ຂອງ​ສັນ​ຍານີ້​ໃນ​ການ​ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ​ຕະຫຼາ​ດ​ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ. ທີ່ກອງ​ປ​ະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 12/10, ກະ​ຊວງ​ອຸ​ສາ​ຫະ​ກຳ - ການ​ຄ້າ ໄດ້​ໃຫ້​ຂ່າວ​ລະ​ອຽດ​​ກ່ຽວ​ກັບ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກ​ນິກ​ຂອງ​ຕະຫຼາດ​ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ, ຫຼັກ​ການ​ຕົ້ນ​ກຳ​ເນີດ​ສິນ​ຄ້າ​, ພາ​ສີ​ອາ​ກອນ…


ຂ່າວ/ບົດ​ອື່ນ