ວົງເງິນສົ່ງອອກສິນຄ້າຂອງທົ່ວປະເທດໃນໄລຍະ 5 ເດືອນເພີ່ມຂຶ້ນ 30,7%

(VOVWORLD) -ໃນໄລຍະ 5 ເດືອນຕົ້ນປີ 2021, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 130 ຕື້ USD
ວົງເງິນສົ່ງອອກສິນຄ້າຂອງທົ່ວປະເທດໃນໄລຍະ 5 ເດືອນເພີ່ມຂຶ້ນ 30,7% - ảnh 1(ພາບປະກອບ: TTXVN)

ກົມໃຫຍ່ສະຖິຕິຫວຽດນາມ ຫາກໍ່ປະກາດໃນຕອນເຊົ້າວັນທີ 29 ພຶດສະພາວ່າ, ໃນໄລຍະ 5 ເດືອນຕົ້ນປີ 2021, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 130 ຕື້ USD, ເພີ່ມຂຶ້ນ 30,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020; ໃນນັ້ນ, ຂົງເຂດເສດຖະກິດຢູ່ພາຍໃນປະເທດ ບັນລຸກວ່າ 33 ຕື້ USD; ເຂດມີເງິນລົງທຶນຈາກຕ່າງປະເທດບັນລຸເກືອບ 98 ຕື້ USD. ສະເພາະໃນເດືອນ ພຶດສະພາ, ວົງເງິນສົ່ງອອກສິນຄ້າບັນລຸ 26 ຕື້ USD, ຫຼຸດລົງ 2,1% ເມື່ອທຽບໃສ່ເດືອນ ເມສາ ແລະ ເພີ່ມຂຶ້ນ 35,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ກ່ຽວກັບຕະຫຼາດສົ່ງອອກສິນຄ້າ, ໄລຍະ 5 ເດືອນຕົ້ນປີ 2021, ອາເມລິກາ ແມ່ນຕະຫຼາດສົ່ງອອກສິນຄ້າໃຫຍ່ກວ່າໝູ່ຂອງຫວຽດນາມ. ຖັດຈາກນັ້ນແມ່ນຈີນ, ສະຫະພາບເອີລົບ, ອາຊຽນ, ສ.ເກົາຫຼີ ແລະ ຍີ່ປຸ່ນ.

ກົມໃຫຍ່ສະຖິຕິກໍ່ໃຫ້ຮູ້ວ່າ, ວົງເງິນສົ່ງອອກນຳເຂົ້າສິນຄ້າປະຕິບັດໃນເດືອນ ພຶດສະພາ 2021 ຄາດວ່າບັນລຸ 28 ລ້ານ USD, ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນ ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ