ວຸດ​ທິສະ​ພາ ໄທ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ສົມ​ລົດລະ​ຫວ່າງເພດດຽວ​ກັນ

(VOVWORLD) - ວຸດທິສະພາ ໄທ ໄດ້ໃຫ້ສັດຕະຍາບັນຮ່າງກົດໝາຍທີ່ມີລັກສະນະບາດລ້ຽວ, ເປີດກວ້າງສິດສົມລົດໃຫ້ແກ່ຄູ່ຮັກເພດດຽວກັນ. 
ວຸດ​ທິສະ​ພາ ໄທ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ສົມ​ລົດລະ​ຫວ່າງເພດດຽວ​ກັນ - ảnh 1ເຫດການສະເຫຼີມສະຫຼອງເດືອນ  "Pride Month" ຢູ່ ບາງກອກ, ໄທ (ພາບ: VOV)

ວັນທີ 18 ມິຖຸນາ, ວຸດທິສະພາ ໄທ ໄດ້ໃຫ້ສັດຕະຍາບັນຮ່າງກົດໝາຍທີ່ມີລັກສະນະບາດລ້ຽວ, ເປີດກວ້າງສິດສົມລົດໃຫ້ແກ່ຄູ່ຮັກເພດດຽວກັນ. ຕາມນັ້ນແລ້ວ, ຮ່າງກົດໝາຍສະບັບນີ້ ໄດ້ຍື່ນສະເໜີຂຶ້ນສານລັດຖະທຳມະນູນເພື່ອພິຈາລະນາ ກ່ອນທີ່ຈະກາຍເປັນກົດໝາຍ ດ້ວຍການໃຫ້ສັດຕະຍາບັນຈາກລາດຊະວົງ.  

        ດ້ວຍບັນເຫັນດີ 130 ບັດ ແລະ ບັດຄ້ານ 4 ບັດ, ບັດຂາວ 18 ບັດ, ວຸດທິສະພາ ໄທ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສົມລົດລະຫວ່າງເພດດຽວກັນ - ຮ່າງກົດໝາຍສະບັບນີ້ ໄດ້ຮັບການຕົກລົງເຫັນດີຈາກສະພາຜູ້ແທນລາດຊະດອນ ເມື່ອເດືອນ ມີນາ ຜ່ານມາ, ເຮັດໃຫ້ ໄທ ກາຍເປັນປະເທດ ອາຊີຕາເວັນອອກສ່ຽງໃຕ້ທຳອິດທີ່ຍອມຮັບການສົມລົດລະຫວ່າງເພດດຽວກັນຢ່າງ ຖືກຕ້ອງຕາມກົດໝາຍ.

ນັກຂ່າວ VOV ປະຈຳ ໄທ


ຕອບກັບ

ຂ່າວ/ບົດ​ອື່ນ