ວິທະຍຸກະຈາຍສຽງ, ເພື່ອນທີ່ສ້າງຄວາມເຊື່ອໝັ້ນ ແລະສ້າງແຫຼ່ງບັນດານໃຈໃຫ້ແກ່ມວນຊົນ

(VOVWORLD) -ວັນທີ 13 ກຸມພາ ເປັນວັນກະຈາຍສຽງໂລກ (WRD - World Radio Day ). WRD ໄດ້ຖືກປະກາດເປັນຄັ້ງທຳອິດໃນກອງປະຊຸມຄົບຄະນະອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ຄັ້ງທີ 36 (ວັນທີ 3 ພະຈິກ 2011), ເພື່ອເຊີດຊູບົດບາດຂອງວິທະຍຸກະຈາຍສຽງໃນຊີວິດຍຸກທັນສະໄໝ. 
ວິທະຍຸກະຈາຍສຽງ, ເພື່ອນທີ່ສ້າງຄວາມເຊື່ອໝັ້ນ ແລະສ້າງແຫຼ່ງບັນດານໃຈໃຫ້ແກ່ມວນຊົນ - ảnh 1ທ່ານ ໂງມິງຫຽນ,ຮອງຜູ້ອໍານວຍ ການໃຫຍ່ VOV

     ນັບຕັ້ງແຕ່ສ້າງຕັ້ງຂຶ້ນເມື່ອກ່ອນນີ້ 100 ກວ່າປີ, ວິທະຍຸກະຈາຍສຽງໄດ້ສ້າງປະຖົມປັດໄຈໃຫ້ການສົນທະນາ ໂອ້ລົມ ແລະ ຖ່າຍທອດແນວຄວາມຄິດໃໝ່ເຖິງຫລາຍຄອບຄົວ, ບ້ານ, ຕາແສງ ໂຮງຮຽນ, ໂຮງໝໍ ແລະ ບ່ອນເຮັດວຽກ, ຈາກຕົວເມືອງເຖິງຊົນນະບົດ, ຈາກຊາຍແດນຫາເຂດໝູ່ເກາະທະເລ... ຕາມທ່ານ ໂງມິງຫຽນ,ຮອງຜູ້ອໍານວຍ ການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມແລ້ວ, ຄວາມຫຼາກຫຼາຍທາງດ້ານພາສາຂອງວິທະຍຸກະຈາຍສຽງແມ່ນມີບົດບາດສໍາຄັນ, ຊ່ວຍໃຫ້ທຸກໆຄົນສະແດງທັດສະນະ ຄວາມຄິດເຫັນ ດ້ວຍ ພາສາສະເພາະຂອງຕົນ. ປະຈຸບັນ, ວິທະຍຸກະຈາຍສຽງຍັງຄົງແມ່ນພາຫະນະທີ່ສາມາດເຂົ້າເຖິງ ແລະດູດດື່ມທີ່ສຸດ ດ້ວຍໜ້າທີ່ໃຫ້ຂ່າວ,  ແລະ ສ້າງຄວາມສາມັກຄີລະຫວ່າງທຸກໆຄົນ. ລາຍການວິທະຍຸກະຈາຍສຽງໄດ້ກາຍເປັນອາຫານທາງດ້ານຈິດໃຈ ທີ່ຂາດບໍ່ໄດ້ໃນຊີວິດຂອງຜູ້ຟັງ ແລະ ດຶງດູດໄວໜຸ່ມ ນັບມື້ນັບຫຼາຍຂຶ້ນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນກະຈາຍສຽງໂລກ, ປີນີ້ ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດຕັ້ງການປະກວດບົດຂຽນໃຫ້ຜູ້ຟັງດ້ວຍຫົວຂໍ້ວ່າ “ ກະຈາຍສຽງ - ສະຕະວັດຮັບໃຊ້ການຖະແຫຼງຂ່າວ, ບັນເທິງ ແລະ ການສຶກສາ”. ງານປະກວດໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຜູ້ຟັງວິທະຍຸກະຈາຍສຽງ ແລະ ຜູ້ຮັກແພງວິທະຍຸດ້ວຍຫຼາຍຮ້ອຍບົດທີ່ສະແດງຄວາມຮັກແພງຕໍ່ລາຍການວິທະຍຸກະຈາຍສຽງ

ຕອບກັບ

ຂ່າວ/ບົດ​ອື່ນ