ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2021

(VOVWORLD) -ຕອນເຊົ້າວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດກອງປະຊຸມທາງອອນລາຍ ສະຫລຸບປີ 2020, ຜັນຂະຫຍາຍໜ້າທີ່ປີ 2021.


ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດ​ນາມ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2021 - ảnh 1

ທ່ານຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

    ປີ 2020, ວິທະຍຸກະຈາຍສຽງຫວຽດນາມ ໄດ້ໃຫ້ຂ່າວກ່ຽວກັບບັນດາບັນຫາສະຖານະການ, ການເມືອງ, ເສດຖະກິດ, ສັງຄົມທີ່ພົ້ນເດັ່ນຢ່າງຮອບດ້ານ, ຊັດເຈນ, ເລິກເຊິ່ງ, ສະແດງໃຫ້ເຫັນບົດບາດຂອງອົງການສື່ມວນຊົນແຖວໜ້າແຫ່ງຊາດ. ພິເສດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ໂຄສະນາຢ່າງຄົບຖ້ວນ, ຮອບດ້ານຂ່າວກ່ຽວກັບບັນດາສະໄໝປະຊຸມຂອງສະພາແຫ່ງຊາດຫວຽດນາມ; ບົດບາດຂອງຫວຽດນາມ ເມື່ອໄດ້ດຳລົງຕຳແໜ່ງເປັນປະທານອາຊຽນ 2020, ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 - 2021 ແລະ ເປັນເຈົ້າພາບຈັດກອງປະຊຸມທາງອອນລາຍ ສະມັດຊາໃຫ່ຍລະຫວ່າງລັດຖະສະພາ ອາຊຽນ AIPA 41; ສະພາບໂຄວິດ 19 ຢູ່ພາຍໃນປະເທດ ແລະ ໃນໂລກ.

ປີ 2021, ວິທະຍຸກະຈາຍສຽງຫວຽດນາມ ກຳນົດຈະສຸມໃສ່ໂຄສະນາຢ່າງທັນການ, ຊັດເຈນບັນດາເຫດການການເມືອງ, ບັນດາວັນບຸນໃຫ່ຍຂອງປະເທດຊາດຄື: ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ພັກກອມມູນິດຫວຽດນາມ; ການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາ ປຊຊ ຂັ້ນຕ່າງໆ, ບັນດາກອງປະຊຸມສູນກາງ, ສະໄໝປະຊຸມຂອງສະພາແຫ່ງຊາດ; ວາລະປະຊຸມຂອງລັດຖະບານ; ບັນດາການເຄື່ອນໄຫວຂອງການນຳພັກ, ລັດ, ບັນດາເຫດການສຳຄັນຢູ່ພາຍໃນປະເທດ ແລະ ສາກົນ…

ທ່ານຫງວຽນເທກີ, ຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງຫວຽດນາມ ຖືວ່າ: ເພື່ອຕອບສະໜອງຕາມຄຳຮຽນກຮ້ອງ ແລະ ໜ້າທີ່ໃນໄລຍະທີ່ຈະມາເຖິງ, ວິທະຍຸກະຈາຍສຽງຫວຽດນາມ ຕ້ອງຍົກສູງຄຸນນະພາບຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນອົງການສື່ມວນຊົນຫຼາຍປະເພດ, ຫຼາຍພາສາ.

ຕອບກັບ

ຂ່າວ/ບົດ​ອື່ນ