ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ເຊັນຂໍ້ຕົກລົງຮ່ວມມື

ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດກຳປູເຈຍ ເຊັນຂໍ້ຕົກລົງຮ່ວມມື - ảnh 1

(ພາບ:baoquangninh.com.vn)

(vovworld)- ຕອນ​ບ່າຍວັນ​ທີ 24/9, ຢູ່​ພະນົມ​ເປັນ ປະ​ເທດ​ກຳປູ​ເຈຍ, ທ່ານ Nguyen Dang Tien ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ແລະ ທ່ານ Tan Yan ຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ກຳປູ​ເຈຍ ​(RNK) ​ໄດ້ເຊັນຂໍ້​ຕົກລົງ​​ຮ່ວມ​ມືໄລຍະ 2013-2016. ຕາມ​ຂໍ້​ຕົກລົງ​ດັ່ງກ່າວ​ແລ້ວ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນຈະ​ເພີ່ມ​ທະວີ​ການ​ອອກ​ອາກາດ​ບັນດາ​ຂ່າວ, ບົດ, ບົດ​ສາລະ​ຄະດີ, ລາຍການ​ສິລະ​ປະ, ວັນນະຄະດີ​ກ່ຽວ​ກັບ​ບັນດາ​ບົດຮຽນ, ຜົນງານ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ​ຂອງ​ແຕ່ລະ​ປະ​ເທດ…​ສອງ​ຝ່າຍ​ຈະ​ສົ່ງ​ຄະນະ​ພະນັກງານ​ການ​ນຳ ​ແລະ ນັກ​ຂ່າວ​ໄປ​ຢ້ຽມຢາມຊື່​ງກັນ ​ແລະ ກັນ​ເພື່ອ​ແລກ​ປ່ຽນ​ວິຊາ​ການ, ວິຊາ​ສະ​ເພາະ ​ແລະ ຂຽນ​ຂ່າວ, ບົດ​ໃຫ້​ແກ່​ວິທະຍຸ​ກະຈາຍສຽງ. ຕີ​ລາຄາ​ກ່ຽວ​ກັບ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ທີ່​ຫາ​ກໍ່​ໄດ້​ເຊັນ​ນັ້ນ, ທ່ານຜູ້ອຳນວຍການ​ໃຫ່ຍວິທະຍຸ​ກະຈາຍສຽງ​ຫວຽດນາມ  Nguyen Dang Tien ​ເວົ້າວ່າ:

   “ດ້ວຍ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ນີ້, ພວກ​ເຮົາ​ສາມາດ​ຢັ້ງຢືນ ​ແລະ ​ເຊື່ອມໝັ້ນຕໍ່ບາດກ້າວ​ພັດທະນາ​ຕໍ່​ໜ້າທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍຂອງ​ການພົວພັນ​ຮ່ວມ​ມື, ມິດຕະພາບ​ອັນໝັ້ນຄົງ​ໃນ​ອະນາຄົດ​ລະຫວ່າງ​ວິທະຍຸ​ກະຈາຍສຽງ​​ແຫ່ງ​ຊາດສອງ​ປະ​ເທດຫວຽດນາມ ​ແລະ ກຳປູ​ເຈຍ. ບົນ​ພື້ນຖານ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ໄດ້​ຮັບ​ການ​ພັດທະນາ​ນັບ​ມື້ນັບ​ເລິກ​ເຊີ່ງ​ກ້ວາງ​ຂວາງ ​ແລະ ​ແທດ​ຈິງ​ນັ້ນ, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ກຳປູ​ເຈຍ ​ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີງາມ

 

 

ຂ່າວ/ບົດ​ອື່ນ