ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມເປີດສະຫຼອງ​ສຳ​ນັກ​ງານປະ​ຈຳຢູ່ ສາ​ທາ​ລະ​ນະ​ລັດອິນ​ເດຍ

(VOVWORLD) - ຕອນບ່າຍວັນທີ 12 ກຸມພາ, ທີ່ນະຄອນຫຼວງ New Delhi, ສາທາລະນະລັດອິນເດຍ, ວິທະຍຸກະຈາຍສຽງຫວຽດນາມ (VOV)ໄດ້ຈັດພິທີສະຫຼອງເປີດສຳນັກງານໃໝ່ ປະຈຳຢູ່ ອິນເດຍ. ນີ້ແມ່ນຫ້ອງການຜູ້ຕາງໜ້າທີ 13 ຂອງ VOVປະຈຳຢູ່ຕ່າງປະເທດ, ເຊິ່ງສະແດງໃຫ້ເຫັນເຖິງຂະໜາດການພັດທະນາແລະວິໄສທັດຍຸດທະສາດ,ແມ່ນອົງການສື່ມວນຊົນໃຫ່ຍແລະສຳຄັນແຖວໜ້າ.
ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມເປີດສະຫຼອງ​ສຳ​ນັກ​ງານປະ​ຈຳຢູ່ ສາ​ທາ​ລະ​ນະ​ລັດອິນ​ເດຍ - ảnh 1 ພິທີສະຫຼອງເປີດສຳນັກງານໃໝ່ ປະຈຳຢູ່ ອິນເດຍ

ທ່ານນາງດັ້ງທິງັອກທິ້ງຮອງປະທານປະເທດຫວຽດນາມ, ທ່ານຫງວຽນເຖກີ໋ ຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງຫວຽດນາມ, ທ່ານຟ້າມແຊັງເຈົາເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສຫວຽດນາມປະຈຳສາທາລະນະລັດອິນເດຍໄດ້ເຂົ້າຮ່ວມພິທິການເປິດສະຫຼອງໃນຄັ້ງນີ້. ກ່າວຄຳເຫັນທີ່ພິທີ, ທ່ານຫງວຽນເຖກີ໋ ຜູ້ອຳນວຍການໃຫ່ຍ ສະຖານີວິທະຍຸກະຈາຍສຽງຫວຽດນາມຢັ້ງຢືນວ່າ:

ດ້ວຍທີ່ຕັ້ງຍຸທະສາດທີ່ສຳຄັນ, ຂອບຂະໜາດຈຳນວນປະຊາກອນເກືອບ 1,4 ຕື້ຄົນ, ພື້ນຖານອະລິຍະທຳໃນຫຼາຍໆປີແລະພື້ຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ອິນເດຍແມ່ນໜຶ່ງໃນບົດບາດທີ່ສຳຄັນຕໍ່ກັບສັນຕິພາບ, ສະຖຽນລະພາບຢູ່ພາກພື້ນມະຫາສະໝຸດອິນເດຍແລະປາຊີຟິກ. ຫວຽດນາມ ແມ່ນເສົາຄ້ຳໜຶ່ງທີ່ສຳຄັນໃນນະໂຍບາຍການເຄື່ອນໄຫວມຸ່ງໄປເຖິິງທາງທິດຕາເວັນອອກຂອງອິນເດຍແລະເປັນຄູ່ຮ່ວມມືຫຼັກແຫຼ່ງຂອງວິໄສທັດມະຫາສະໝຸດອິເດຍ-ປາຊີຟິກ

ໃນຂອບເຂດເຫດການດັ່ງກ່າວ, ສະຖານີວິທະຍຸກະຈາຍສຽງຫວຽດນາມແລະສຳນັກຂ່າວ ANI (ອິນເດຍ) ກໍ່ໄດ້ລົງນາມຂໍ້ຕົກລົງການຮ່ວມມືນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ