ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນສູ້ຊົນກາຍເປັນຮາກຖານສຶກສາມະຫາວິທະຍາໄລຈຸດສຸມແຫ່ງຊາດ

ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນສູ້ຊົນກາຍເປັນຮາກຖານສຶກສາມະຫາວິທະຍາໄລຈຸດສຸມແຫ່ງຊາດ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ເຂົ້າ​ຮ່ວມ​ພິ​ທີ

(vovworld) – ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄູ​ ຫວຽດ​ນາມ 20/11. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢັ້ງ​ຢືນ​ວ່າ: ດ້ວຍ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງມາ​ເປັນຫຼາຍ​ປີ, ຄູ່​ອາ​ຈານ​ລຸ້ນ​ຕ່າງໆ​ຂອງ ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນ​ ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ, ຄວາມ​ຮັກ​ຕໍ່​ອາ​ຊີບ​ໄດ້​ອຸ​ທິດ​ສ່ວນ​ຈົ​ນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ສຶກ​ສາ, ບ​ຳ​ລຸງ​ສ້າງ​ຂອງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ, ຮັບ​ໃຊ້​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ບັນ​ດາ​ອ້າຍ​ຄູ, ເອື້ອຍ​ຄູ​ຂອງ ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນ​​ຈະ​ສືບ​ຕໍ່​ສູ້​ຊົນ​ປະ​ຕິ​ບັດ​ການ​ສອນ, ຄຸ້ມ​ຄອງ ແລະ ການ​ຮຽນ​ເປັນ​ຢ່າງ​ດີ. ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນ​ຕ້​ອງ​ເອົາ​ໃຈ​ໃສ່, ປ່ຽນ​ໃໝ່​ວຽກ​ງານ​ການ​ຄຸ້ມ​ຄອງ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນ​ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ຄູ​ອາ​ຈານ​ກ່ຽວ​ກັບ​ຄວາມ​ສາ​ມາດ​ສິດ​ສອນ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ແລະ ຄວາມ​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

        ທີ່​ພິ​ທີ​ດັ່ງ​ກ່າວ, ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບປະ​ຊາ​ຊົນ​ ໄດ້​ເຊີດ​ຊູ​ຄູ​ອາ​ຈານ 6 ຄົນ​ບັນ​ລຸ​ໄດ້​ມາ​ດ​ຖານ​ເປັນ​ຮອງ​ສາດ​ສະ​ດາ​ຈາ​ນ​ຂອງ​ປີ 2016, ມອບຫຼຽ​ນ​ໄຊ “ເພື່ອ​ພາ​ລະ​ກິດ​ການ​ສຶກ​ສາ” ໃຫ້​ພະ​ນັກ​ງານ, ຄູ​ອາ​ຈານ 7 ຄົນ.


ຂ່າວ/ບົດ​ອື່ນ