ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນແມ່ນສູນບຳລຸງສ້າງອັນດັບໜຶ່ງຂອງຂະແໜງຕຳຫຼວດ

ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນແມ່ນສູນບຳລຸງສ້າງອັນດັບໜຶ່ງຂອງຂະແໜງຕຳຫຼວດ - ảnh 1
ພາບ​ປະ​ກອບ

(vovworld) – ​ ​​​​​ຕອນ​ເຊົ້າ​ວັນ​ທີ 29/6, ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ​ໄລ​ຍ​ະ​ຕໍ່​ສູ້​ຕ້ານ​ອາ​ເມ​ລິ​ກາ, ກູ້​ຊາດ. ຈາກ​ຊຸດ​ຮຽນ​ທຳ​ອິດ​ເມື່ອ​ປີ 1946 ມາ​ຮອດ​ປະ​ຈຸ​ບັນ, ວິ​ທະ​ຍາ​ຄານ​ໄດ້​ບຳ​ລ​ຸງ​ສ້າງ ແລະ ຝຶກ​ອົບ​ຮົມ​ໄດ້​ນັກ​ຮ​ຽ​ນ​ນັບ​ແສນ​ຄົນ​ຈາກ​ລະ​ດັບ​ຊັ້ນ​ກາ​ງ​ຮອດ​ຊັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ເໜືອມະ​ຫາ​ວິ​ທະ​ຍາ​ໄລ. ​ເມື່ອ​ຮຽນ​ຈົບ, ນັກ​ສຶກ​ສາ​ລຸ້ນ​ຕ່າງໆຍາມ​ໃດ​ກໍ່​ອຸ​ທິດ​ຢ່າງ​ສຸດ​ໃຈ​ໃຫ້​ແກ່​ພາ​ລະ​ກິດ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ການ​ເມືອງ, ຄວາມ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນຫຼາຍ​ຄົນ​ໄດ້ ແລະ ພວມ​​ດຳ​ລົງ​ບັນ​ດາ​ຕຳ​ແໜ່ງຫຼັກ​ແຫຼ່ງ​ຂອງ​ພັກ, ລັດ.

        ໂດຍ​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ, ລັດ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ດີ​ເດັ່ນ​ເຊິ່ງ​ນັ​ກ​ສຶກ​ສາ​, ຄູ​ສອນລຸ້​ນ​ຕ່າງໆ​​ຂອງວິ​ທະ​ຍາ​ຄານ​ບັນ​ລຸ​ໄດ້​ໃນ​ຕະຫຼອດ 69 ປີ​ຜ່ານ​ມາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ເນັ້​ນ​ໜັກ​ວ່າ:

        “ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ໜ້າ​ທີ່​ໄດ້​ວາງ​ອອກ, ຮຽກ​ຮ້ອງ​ໃຫ້ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ​​ຄວນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ, ຍົກ​ສູງ​ຄວາມ​ຕັດ​ສິນ​ໃຈ, ເຈດ​ຈຳ​ນົງ​​ປະ​ຕິ​ວັດ​ຂອງ​ນັກ​ຮົບ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ. ກໍ່​ສ້າງວິ​ທະ​ຍາ​ຄານ​ໝັ້ນ​ຄົງ​ເຂັ້ມ​ແຂງ ດ້ານ​ການ​ເມືອງ ແລະ ການ​ຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ, ບ​ຳ​ລຸງ​ສ້າງ​ຕິດ​ພັນ​ກັບ​ປະ​ສິດ​ທິ​ຜົນ​ການ​ຄົ້ນ​ຄ້​ວາກ່ວາ​ອີກ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ສູງ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ຕົວຈິງ​​ທີ່ໄດ້​ວາງ​ອອກ. ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມີ​ຄຸນ​ນະ​ພ​າບ​ສູງ, ຄຸນ​ທາດ​ຈັນ​ຍາ​ບັນ​ປອດ​ໄສ, ຄຸນ​ນະ​ທາດ​ດ້ານ​ກາ​ນ​ເມືອງ​ຢ່າງ​ໝັ້ນ​ຄົງ, ຈ​ົ່ງ​ຮັກ​​ພັກດີ​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ລັດ, ຂະ​ແໜງ​ຕຳຫຼວດ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ, ກໍ​ລະ​ນີ​ຍຸດ​ທ​ະ​ສາດ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໃນ​ສະ​ພາບ​ການ​ໃໝ່.”


ຂ່າວ/ບົດ​ອື່ນ