ວັນກົດໝາຍປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນງານແຫ່ງການພັດທະນາເສດຖະກິດສັງຄົມ

 ວັນກົດໝາຍປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຜົນງານແຫ່ງການພັດທະນາເສດຖະກິດສັງຄົມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
ພາບ:TTXVN
(vovworld)-  ​ ​ພິ​ທີ​ຕອບ​ສະ​ຫນອງວັນ​ກົດ​ໝາຍ​ປີ2015 ດ້ວຍ​ຫົວ​ຂໍ້ “ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ ປະ​ກອບ​ສ່ວນ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ” ໂດຍ​ກະ​ຊວງ​ຍຸ​ຕິ​ທຳ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ ໃນ​ຕອນ​ຄ່ຳ​ວັນ​ທີ 9/11 ຢູ່ ຮ​່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພ​ິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ຢືນ​ຢັນ: ວັນ​ກົດ​ໝາຍ​ໄດ້​ເຂົ້າ​ສູ່​ຊີ​ວິດ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ເຫດ​ການ​ການ​ເມືອງ - ນິ​ຕິ​ກຳ​ສຳ​ຄັນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​​ຜົນງານ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ວ່າ:

        “ທົບ​ທວນ​ຄືນ​ໄລ​ຍະເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ໃຫມ່, ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ຂອງ​ຫວຽດ​ນາມ ລ້ວນ​ແຕ່​ຕິດ​ພັນ​ກັບ​ບັນ​ດາ​ການ​ປ່ຽນ​ໃຫມ່ ມີ​ລັກ​ສະ​ນະ​ຕັດ​ສິນ​ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍ ຊື່ງ​ເນື້ອ​ແທ້​ແມ່ນ ເພີ່ມ​ທະ​ວີ​ປະ​ຊາ​ທິ​ປະ​ໄຕ, ຮັບ​ປະ​ກັນ​ປະ​ຊາ​ທິ​ປະ​ໄຕ. ພວກ​ເຮົາ​ຕ້ອງ​ຕັ້ງ​ຫນ້າກວ່າ​ໃນ​ການ​ປັບ​ປຸງລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫລາດ ແລະ ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ​ໃຫ້​ສົມ​ບູນ​ແບບ, ປະ​ຕິ​ຮູບ​ນິ​ຕິ​ບັນ​ຍັດ, ປະ​ຕິ​ຮູບ​ຕຸ​ລາ​ການ, ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ ແລະ ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຮັບ​ປະ​ກັນ​ປະ​ຊາ​ທິ​ປະ​ໄຕ, ອຳ​ນາດ​ນິ​ຕິ​ບັນ​ຍັດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ຂອງ​ພົນ​ລະ​ເມືອງ.”

 

ຂ່າວ/ບົດ​ອື່ນ