ວັນກາບກອນຫວຽດນາມ ຄັ້ງທີ 12

 ວັນກາບກອນຫວຽດນາມ ຄັ້ງທີ 12 - ảnh 1

(ພາບ: baomoi.com)

 (vovworld)- ວັນກາບກອນຫວຽດນາມ ຄັ້ງທີ 12 ປີ 2014 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 14/2 ຢູາວັນ​ມຽວ-ກວກ​ຕື້​ຢາມ-​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ​ຫງວຽນ​ເທ​ກີ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ສະມາຊິກ​ບັນດາສະ​ໂມ​ສອນ​ກາບກອນ ພ້ອມ​ດ້ວຍ​ນັກ​ສຶກສາ​ບັນດາ​ມະຫາວິທະຍາ​ໄລ, ຜູ້​ນີຍົມ​ກາບກອນ​ເປັນ​ຈຳນວນ​ຫຼາຍ.

  ວັນກາບກອນຫວຽດນາມ ຄັ້ງທີ 12 ​ໂດຍ​ສະມາຄົມ​ນັກ​ປະພັນ​ຫວຽດນາມ ຈັດ​ຂຶ້ນ​ໃນ​ວັນ​ທີ 13-14/2. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ນັກ​ກະວີ​ຫິ້ວ​ຖິງ ປະທານສະມາຄົມ​ນັກ​ປະພັນ​ຫວຽດນາມ ​ເນັ້ນໜັກ​ວ່າ:

   “ວັນກາບກອນຫວຽດນາມ ຄັ້ງທີ 12 ຖືກ​ຈັດຕັ້ງຂຶ້ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ. ຢູ່​ຮ່າ​ໂນ້ຍ, ວັນກາບກອນຖືກ​ຈັດ​ຂຶ້ນ​ດ້ວຍ​ຈິດ​ໃຈ​ເສີມ​ຂະຫຍາຍ​ມູ​ນເຊື້ອ​ວັນ​ມຽວ-ກວກ​ຕື້​ຢາມ​ຢ່າງ​ແຮງ. ນັ້ນ​ແມ່ນ​ມູນ​ເຊື້ອ​ເຕົ້າ​ໂຮມສິ່ງຍອດ​ຍິງ ​ແລະ ​ແຜ່​ຂະຫຍາຍ​ບັນດາ​ຄຸນຄ່າ​ວັ​ດທະນະ​ທຳ​ຂອງ​ຊາດ ​ເພື່ອ​ຈຸດປະສົງ​ວັດທະນະທຳ​ມະນຸດ​ອັນ​ສູງ​ສົ່ງ. ມຸ້ງ​ໄປ​​ເຖິງຜູ້​ອ່ານ​ກໍ່​ໝາຍ​ຄວາມ​ວ່າ​ມຸ້ງ​ໄປ​ເຖິງ​ບັນດາ​ຄວາມ​ຮຽກຮ້ອງ​ໃໝ່​ຂອງ​ຊີວິດ, ນັ້ນ​ແມ່ນ​ສິ່ງ​ມະຫັດສະຈັນ​ເພື່ອ​ພັດທະນາ​ກາບກອນ​ຂອງ​ຊາດ​ໃນ​ໄລຍະ​ໃໝ່​ຂອງ​ປະ​ເທດ​ຊາດ“.

  ວັນກາບກອນຫວຽດນາມ ຄັ້ງທີ 12 ມີ​ຫົວ​ເລື່ອງ “ລະດູບານ​ໃໝ່​ຂອງ​ປະ​ເທດ​ຊາດ“ ​ແລະ ​ໃນ​ຂອບ​ເຂດ​ວັນ​ກາບກອນ​ຫວຽດນາມ ຄັ້ງທີ 12 ນີ້ ຍັງ​ຈັດ​ໃຫ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ພິມຈຳໜ່າຍ​ປຶ້ມ, ມອບ​ປຶ້ມ​ກະວີ, ຂຽນ​ໜັງສື​ສິລະ​ປະ, ການ​ພົບ​ປະ​ແລ​ກປ່ຽນ…..

ວັນກາບກອນຫວຽດນາມ ຄັ້ງທີ 12 - ảnh 2

ຜູ້​ມາ​ເຂົ້າຮ່ວມ​ວັນ​ກາບກອນ​ຫວຽດນາມ

(ພາບ: http://dantri.com.vn)

   ວັນກາບກອນຫວຽດນາມ ຖືກຈັດຂຶ້ນໃນວັນເພັງເດືອນຈຽງໄລ່ຕາມ ຈັນທະປະຕິທິນຂອງທຸກໆປີ ​ໄດ້​ກາຍ​ເປັນ​ວັນ​ບຸນ​ເຊີດ​ຊູ​ກາບກອນ ​ແລະ ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ແລະ ​ໄດ້​ຮັບ​ຄວາມ​ສົນ​ໃຈ, ລໍຄອຍ​ຈາກຜູ້​ນິຍົມ​ກາບກອນ​ເປັນ​ຈຳນວນ​ຫຼາຍ.

  ດ້ວຍຫົວ​ເລື່ອງ “​ໄວ​ໜຸ່ມ ​ແລະ ປະ​ເທດ​ຊາດ“, ວັນ​ກາບກອນ​ຫວຽດນາມ ​ໂດຍ​ສະມາຄົມ​ສິລະ​ປະ​ວັນນະຄະດີ​ແຂວງ​ນິງບິງ ສົມທົບ​ກັບ​ມະຫາວິທະຍາ​ໄລ​ຮວາ​ລື ຈັດຕັ້ງຂຶ້ນ​ໃນ​ວັນ​ທີ 13/2 ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ນັກ​ກະວີ, ນັກ​ປະພັນ ​ແລະ ຊາວ​ໜຸ່ມ​ຜູ້​ນິຍົມ​ກະວີ​ກ່ວາ 100 ຄົນ.

   ຄ່ຳ​ຄືນ​ກາບກອນ​ວັນ​ເພັງ​ເດືອນ​ຈຽງຈັດ​ຂຶ້ນ​ຢູ່​ຖານ​ທີ່ໝັ້ນປະຕິວັດ​ຮຽບດຶກ ​ແຂວງ​ກວາງ​ຫງ້າ​ຍ ​ແມ່ນ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ກະວີ ​ແລະ ຜູ້​ນິຍົມ​ກະວີ​ໃນ​ບໍລິ​ເວນ​ແຂວງ. ຕອນ​ຄ່ຳ​ວັນ​ທີ 13/2, ຢູ່​ແຂວງ​ຕຽນ​ຢາງ, ​ກໍ່ໄດ້​ຈັດ​ໃຫ້​ມີ​ງານ​ລາຕີ “ກາບກອນ-​ດົນຕີ​ໃນ​ວັນ​ເພງ​ເດືອນ​ຈຽງ ລະດູບານ​ໃໝ່​ປີ​ມະ​ເມຍ 2014“ ​ເຊັ່ນ​ດຽວ​ກັນ./.

ຂ່າວ/ບົດ​ອື່ນ