ວັນຄອບຄົວ ຫວຽດນາມ 2013: ເຊີດຊູບັນດາຄຸນຄ່າວັດທະນະທຳມະນຸດຢ່າງເລິກເຊິ່ງ

ວັນຄອບຄົວ ຫວຽດນາມ 2013: ເຊີດຊູບັນດາຄຸນຄ່າວັດທະນະທຳມະນຸດຢ່າງເລິກເຊິ່ງ - ảnh 1
ພາບປະກອບ

(vovworld) – ວັນ​ທີ 28/6, ​ແມ່ນ​ວັນ​ຄອບຄົວ ຫວຽດນາມ. ນັບ​ແຕ່​ເດືອນ 5/2001, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ປະກາດ​ໃຊ້​ຂໍ້​ຕົກລົງ​ເລືອກ​ເອົາ​ວັນ​ທີ 28/6 ປະຈຳ​ປີ​ແມ່ນ​ວັນ​ຄອບຄົວ ຫວຽດນາມ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ການ​ນຳ​ທຸກຂະ​ແໜງ​ການ, ທຸກ​ຂັ້ນ, ທຸກ​ອົງການຈັດ​ຕັ້ງ​ສັງຄົມ​ພ້ອມ​ກັບ​ບັນດາ​ຄອບຄົວ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ຄອບຄົວ​ເປັນ​ປົກກະຕິ, ປັບປຸງ, ສ້າງ​ຄອບຄົວ​ຕາມ​ມາດຖານ​ອິມໜຳ​ສຳລານ, ກ້າວໜ້າ, ສະ​ເໝີ​ພາບ, ຜາ​ສຸກ​ເທື່ອ​ລະ​ກ້າວ. ວັນ​ຄອບຄົວ ຫວຽດນາມ ປີ​ນີ້ ຍັງ​ມີ​ຄວາມ​ໝາຍກ່ວາ​ອີກ​ເມື່ອ​ໄດ້​ຮັບ​ການ​ເລືອກ​​ເຟັ້ນ​ແມ່ນ​ປີ​ຄອບຄົວ ຫວຽດນາມ.

    ມີ​ການ​ເຄື່ອ​ນ​ໄຫວ​ຫຼາຍ​ຢ່າງ​ໄດ້ ​ແລະ ພວມ​ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ຕອນ​ເຊົ້າ​ວັນ​ທີ 28/6, ພິທີ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ ວັນ​ຄອບຄົວ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ນອກ​ຈາກ​ນັ້ນ, ​ໃນ​ຂອບ​ເຂດ​ວັນຄອບ​ຄົວ ຫວຽດນາມ 2013 ຍັງ​ມີ​ກອງ​ປະຊຸມ​ສຳ​ມະ​ນາຕ່າງໆ​ຄື: “ຄອບ​ຄົວ​ຈາກ​​ເຮືອນ​ແຫ່ງ​ຄວາມ​ສະຫງົບສຸກ”, ການ​ໂອ້ລົມ​ສົນທະນາ “ບົດບາດ​ຂອງ​ຄອບຄົວ ຫວຽດນາມ ​ໃນ​ກາ​ນສຶກສາ​ເດັກນ້ອຍ”.​​..​ ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 27/6, ຢູ່​ສູນວັດທະນະທຳ​ສິລະ​ປະ ຮວາ​ລື ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “ຄອບ​ຄົວ​ຈາກ​​ເຮືອນ​ແຫ່ງ​ຄວາມ​ສະຫງົບສຸກ”. ​ໂຄງການ​ເຮຶອນ​ແຫ່ງ​ຄວາມ​ສະຫງົບສຸກ​ຂອງສູນແມ່ຍິງ ແລະ ພັດທະນາຂຶ້ນກັບສະຫະພັນແມ່ຍິງ ຫວຽດນາມ ໄດ້ສ້າງຕັ້ງຂຶ້ນໃນປີ 2007 ເພື່ອຊ່ວຍເຫຼືອບັນດາແມ່ຍິງຖືກໃຊ້ຄວາມຮຸນແຮງ ໃນຄອບຄົວກໍ່ຄືບັນດາເອື້ອຍນ້ອງ​ແມ່ຍິງ ຜູ້ປະສົບເຄາະຮ້າຍຈາກການຄ້າຂາຍມະນຸດ ຜ່ານຊາຍແດນ. ທ່ານນາງ ເລເຟືອງຖູ໋ຍ - ຫົວໜ້າຫ້ອງການທີ່ປຶກສາ ແລະ ໜູນຊ່ວຍພັດທະນາ ຂຶ້ນກັບສູນແມ່ຍິງ ແລະ ພັດທະນາ, ໃຫ້ຮູ້ວ່າ:

“100% ຈຳນວນຜູ້ມາຢູ່ເຮືອນແຫ່ງຄວາມສະຫງົບສຸກ ລ້ວນແຕ່ໄດ້ຮັບ​ການໜູນຊ່ວຍຄວາມ​ສາມາ​ດ​ໃນ​ການດຳລົງຊີວິດ. ເລື່ອງໜູນຊ່ວຍກ່ຽວ​ກັບ​ຄວາມ​ສາມາດ​ໃນ​ການດຳລົງຊີວິດໃຫ້ແມ່ຍິງເພື່ອສະກັດກັ້ນສະພາບ​ການ​ໃຊ້​ຄວາມຮຸນແຮງ, ວິທີເພື່ອຮຽກຮ້ອງແກ້ໄຂບັນດາກໍລະນີ ໃຊ້ຄວາມຮຸນແຮງ. ຄວາມ​ສາມາດ​ໃນ​ການດຳລົງຊີວິດແມ່ນປັດໄຈສຳຄັນຊ່ວຍໃຫ້ເອື້ອຍນ້ອງ​ແມ່ຍິງ​ສາມາດເຕີບໃຫຍ່, ຮັບມືກັບຊີວິດ. ນັ້ນບໍ່ພຽງແຕ່ແມ່ນເລື່ອງຂອງເຮືອນແຫ່ງຄວາມ ສະຫງົບສຸກໃນໄລຍະ ເຂົາເຈົ້າອາໄສເທົ່ານັ້ນ ຫາກຍັງແມ່ນເລື່ອງຂອງ ວົງຄະນະຍາດ, ຄອບຄົວ, ບັນດາອົງການ, ໝູ່ຄະນະ ​ເມື່ອເອື້ອຍນ້ອງ​ແມ່ຍິງກັບຄືນສູ່ດຳລົງ ຊີວິດຢູ່ທ້ອງຖິ່ນອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ