ວັນ​ຄອບ​ຄົວ ອາ​ຊຽນ 2023: ຄອບ​ຄົວ​ໃຫຍ່​ອາ​ຊຽນ ນັບ​ມື້​ນັບ​ມີ​ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ກ່​ວາ

(VOVWORLD) - ວັນຄອບຄົວ ອາຊຽນ ປະຈຳປີ ແມ່ນໂອກາດເພື່ອປັບປຸງພື້ນຖານມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດ ສະມາຊິກໃນອາຊຽນ ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາໃຫ້ຫຼາຍກ່ວາອີກ
ວັນ​ຄອບ​ຄົວ ອາ​ຊຽນ 2023: ຄອບ​ຄົວ​ໃຫຍ່​ອາ​ຊຽນ ນັບ​ມື້​ນັບ​ມີ​ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ​ກ່​ວາ - ảnh 1ບັນດາຜູ້ແທນເຂົ້າຮ່ວມວັນຄອບຄົວ ອາຊຽນ (ພາບ: ກະຊວງການຕ່າງປະເທດ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນສ້າງຕັ້ງ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) (1967 - 2023) ແລະ 28 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ອາຊຽນ (1995 - 2023), ວັນທີ 20 ສິງຫາ ຢູ່ຫາຍຝ່ອງ, ກະຊວງການຕ່າງປະເທດ ແລະ ກຸ່ມແມ່ຍິງປະຊາຄົມອາຊຽນ ປະຈຳ ຮ່າໂນ້ຍ (AWCH) ໄດ້ສົມທົບກັນຈັດຕັ້ງເຫດການວັນຄອບຄົວອາຊຽນ 2023. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮຸ່ງວຽດ ຢັ້ງຢືນວ່າ ວັນຄອບຄົວ ອາຊຽນ ປະຈຳປີ ແມ່ນໂອກາດເພື່ອປັບປຸງພື້ນຖານມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດ ສະມາຊິກໃນອາຊຽນ ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາໃຫ້ຫຼາຍກ່ວາອີກ, ທ່ານສະແດງຄວາມເຊື່ອໝັ້ນວ່າ ເຫດການປີນີ້ ໄດ້ຈັດຂຶ້ນຢູ່ ຫ໋າຍຝ່ອງຈະສ້າງຄວາມປະທັບໃຈທີ່ດີງາມໃຫ້ແກ່ບັນດາສະມາຊິກຂອງອາຊຽນ.

ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi, ໂດຍຕາງໜ້າໃຫ້ຫົວໜ້າອົງການຕາງໜ້າບັນດາປະເທດອາຊຽນ ແລະ ໃນຖານະເປັນປະເທດດຳລົງຕຳແໜ່ງປະທານອາຊຽນ, ຖືວ່າ ການຈັດຕັ້ງລາຍການເປັນປະຈຳ ໄດ້ຢັ້ງຢືນໃຫ້ເຫັນບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ໃນການເພີ່ມທະວີນ້ຳໃຈມິດຕະພາບ ລະຫວ່າງບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ