ວັນທີ 29 ກັນຍາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນ ຈຳນວນ ຫຼາຍກ່ວາໝູ່ນັບແຕ່ກ່ອນເປັນຕົ້ນມາ

(VOVWORLD) -ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກເປັນຈຳນວນ 8.758  ຄົນ, ໃນນັ້ນມີ 14 ກໍລະນີມາຈາກຕ່າງປະເທດ ແລະ  8.744 ກໍລະນີຢູ່ພາຍໃນປະເທດ
ວັນທີ 29 ກັນຍາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນ ຈຳນວນ ຫຼາຍກ່ວາໝູ່ນັບແຕ່ກ່ອນເປັນຕົ້ນມາ - ảnh 1ການເອົາຕົວຢ່າງມາວິໄຈຫາເຊື້ອ

     ນັບແຕ່ເວລາ 17 ໂມງ ຂອງວັນທີ 28 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 29 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 8.758  ຄົນ, ໃນນັ້ນມີ 14 ກໍລະນີມາຈາກຕ່າງປະເທດ ແລະ  8.744 ກໍລະນີຢູ່ພາຍໃນປະເທດໃນ 33 ແຂວງ ແລະ ນະຄອນ. ເປັນອັນວ່າ ໄລຮອດວັນທີ 29 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 779.398   ຄົນ ຢືນອັນດັບ154/223 ປະເທດ ແລະເຂດແຄ້ວນໃນໂລກ

   ໃນວັນທີ 29 ກັນຍາ ຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 23.568 ຄົນ ອັນໄດ້ຍົກ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີຂຶ້ນເປັນ 583.509 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 162  ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ