ວັນທີ09/06ປະກາດບັນຊີລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14

ວັນທີ09/06ປະກາດບັນຊີລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14 - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ
 ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ

(vovworld) - ​ ວັນ​ທີ 08/06 ວາລະ​ປະຊຸມ​ເທື່ອ​ທີ 6 ຂອງສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຖືກ​ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຢືນຢັນ​ວ່າ: ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ສະມາຊິກສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ໄດ້​ດຳ​ເນີນ​ຢ່າງ​ມີ​ປະຊາທິປະ​ໄຕ, ມີ​ລະບຽບ​ວິ​ໄນ ຖືກ​ກັບ​ກົດໝາຍ. ໝາກຜົນ​ມີ 496 ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ, 320.360 ທ່ານ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ. ອັດຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ສູງ​ທີ່​ສຸດບັນລຸ​ກ່ວາ 99%. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ຊີ້​ແຈ້ງວ່າ:

        “​ວັນ​ເລືອກ​ຕັ້ງ​ໄດ້​ກາຍ​ເປັນ​ວັນ​ບຸນ​ໃຫຍ່​ຂອງ​ທົ່ວ​ປະຊາຊົນຢ່າງ​ແທ້​ຈິງ ດ້ວຍ​ບັນຍາ​ກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ, ວຽກ​ງານຖະ​ແຫຼ​ງຂ່າວ​ໂຄສະນາ​, ການປະດັບ​ປະດາ​ຢູ່ບັນດາ​ສະຖານທີ່​ປ່ອນ​ບັດ ​ຈາກເຂດທົ່ງພຽງ​ຕະຫລອດ​ຮອດເຂດ​ພູດອຍ, ໝູ່ເກາະ​ທະ​ເລ​ຖືກ​ດຳ​ເນີນ​ໄປ​ຢ່າງ​ດີ​ງາມ. ມາ​ຮອດ​ປະຈຸ​ບັນ ພວກ​ເຮົາ​ໄດ້​ມີໝາກ​ຜົນ ​ບັນ​ດາ​ທ້ອງ​ຖິ່ນ​​ໄດ້​ລາຍງານ​ມາ. ​ເຖິງ​ເວລາ​ແລ້ວ​ທີ່ພວກ​​ເຮົາ​​ປະ​ກາດ​ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ ພາຍຫລັງດຳ​ເນີນ​ຕາມ​ລະບຽບ​ກົດໝາຍ​ມາ​ເປັນ​ເວລາ 20 ວັນ​

 

 

ຂ່າວ/ບົດ​ອື່ນ