ວັນບຸນ Fukuoka ຈະດຳເນີນໄປຢູ່ຮ່າໂນ້ຍ

ວັນບຸນ Fukuoka ຈະດຳເນີນໄປຢູ່ຮ່າໂນ້ຍ - ảnh 1

(ພາບ:thethaovanhoa.vn)

(vovworld)-​​​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ​່ງວັນວ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ຍີ່ປຸ່ນ; ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ-​ຍີ່ປຸ່ນ 2013 ​ແລະ ລະນຶກ 5 ປີ​ແຫ່ງ​ວັນ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ຮ່າ​ໂນ້ຍ ​ແລະ ​ແຂວງ Fukuoka, ​ແຕ່ວັນ​ທີ 27/8-1/9, ຢູ່​ຮ່າ​ໂນ້ຍ ຈະ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ​ພິ​ເສດສະ​ເພາະ​ເພື່ອ​ຂຳ່ນັບ​ຊົມ​ເຊີຍ​ບັນດາ​ເຫດການ​ນີ້. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສ້າງ​ຂີດ​ໝາຍ​ແຫ່ງ​ບັນດາ​ຜົນງານ​ຮ່ວມ​ມື​ອັນ​ພົ້ນ​ເດັ່ນ​ຂອງ​ສອງ​ທ້ອງ​ຖິ່ນ ​ແລະ ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ, ການ​ຮ່ວມ​ມື​ລະ​ຫວ່າງຊາ​ວຮ່າ​ໂນ້ຍ ​ແລະ ​ແຂວງ Fukuoka ​ເວົ້າສະ​ເພາະ ກໍ່​ຄື​ສອງ​ປະ​ເທດ​ຫວຽດນາມ-​ຍີ່ປຸ່ນ ​ເວົ້າລວມ. ​ເຂົ້າຮ່ວມ​ລາຍການ​ມີ​ບັນດາ​ຄະນະ​ຜູ້​ແທນ​ໂດຍ​ທ່ານ​ເຈົ້າ​ແຂວງ​ແຂວງ Fukuoka ນຳ​ໜ້າ, ສະຖານທູດ​ຍີ່ປຸ່ນ ປະຈຳຫວຽດນາມ, ບັນດາ​ອົງການ​ຈັດຕັ້ງສາກົນ​ຄື: ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (​ໄຈ​ກາ), ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ, ສູນ​ພົບ​ປະ​ແລກປ່ຽນ​ວັດທະນະທຳຍີ່ປຸ່ນ ປະຈຳຫວຽດນາມ….

ຂ່າວ/ບົດ​ອື່ນ