ວັນບຸນITEC2014:ເຂັ້ມຄົ້ນໄປດ້ວຍນ້ຳໃຈມິດຕະພາບຫວຽດນາມ-ອິນເດຍ

ວັນບຸນITEC2014:ເຂັ້ມຄົ້ນໄປດ້ວຍນ້ຳໃຈມິດຕະພາບຫວຽດນາມ-ອິນເດຍ - ảnh 1
ພາບ​ປະ​ກອບ

(vovworld) – ​​ຕອນ​ຄ່ຳ​ວັນ​ທີ 18/12, ຢູ່​ຮ່າ​ໂນ້ຍ, ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ “ITEC day 2014” - ວັນ​ບຸນ​ຂອງ​ອະ​ດີດ​ນັກ​ຮຽນ, ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ໂຄງ​ການ​ທຶນ​ການ​ສຶກ​ສາ​ເສດ​ຖະ​ກິດ - ເຕັກ​ນິກ ອິນ​ເດຍ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ໂຄງ​ການ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດ​ສຶກ​ສາ, ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ອິນ​ເດຍ. ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ Preeti Saran ຊີ້​ແຈ້ງວ່າ: ​ການ​ສະ​ເຫຼີມ​ສະຫຼອງ​ວັນ​ບຸນ ITEC ກົງ​ກັບ​ເວ​ລາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ອິນ​ເດຍ ພ​ວມ​ດີ​ງາມ​ທີ່​ສຸດ. ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຈາກ​ທັງ 2 ຝ່າຍ​ໄດ້​ຍົກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອິນ​ເດຍ ກ້າວ​ເຂົ້າ​ສູ່​ລະ​ດັບ​ສູງ​ໃໝ່ກ່​ວາ​ອີກ.

        ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ສຶກ​ສາ ແລະ ບ​ຳ​ລ​ຸງ​ສ້າງ ຫວຽດ​ນາມ ບຸ່ຍ​ວັນ​ກາ ຫວັງ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ອິນ​ເດຍ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ຫຼາຍ​ກ່​ວາ​ອີກ, ປະ​ກອບ​ສ່ວນ​ເພີ່​ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ ລະ​ຫວ່າງປະ​ຊາ​ຊົນ 2 ປະ​ເທດ, ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ.

 


ຂ່າວ/ບົດ​ອື່ນ