ວັນບຸນ“ຄອບຄົວອາຊຽນ”ຖືກຈັດຂຶ້ນຢູ່ອາກຊັງຕິນຢ່າງຟົດຟື້ນ

ວັນບຸນ“ຄອບຄົວອາຊຽນ”ຖືກຈັດຂຶ້ນຢູ່ອາກຊັງຕິນຢ່າງຟົດຟື້ນ - ảnh 1
ວັນບຸນ“ຄອບຄົວອາຊຽນ”ຖືກຈັດຂຶ້ນຢູ່ອາກຊັງຕິນ
(ພາບ: Vietnam+)


(vovworld) –​ ​ ວັນ​ທີ 15/02, ສະ​ຖ​ານ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ​ອາກ​ຊັງ​ຕິນ ໄດ້​ຈັດ​ວັນ​ບຸນ “​ຄອບ​ຄົວ​ອາ​ຊຽນ” ປະ​ຈຳ​ປີ ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ​ໄທ ປະ​ຈຳ​ນະ​ຄອນ​ຫຼວງ Buenos Aires. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຍ້ອງ​ຍໍ​ຜົນ​ງານ​ຕ່າງໆ​ທີ່ອາ​ຊ​ຽນ ບັນ​ລຸ​ໄດ້​ໃນ​ປີ 2015, ພິ​ເສດ​ແມ່ນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ແລະ ຖະ​ແຫຼງ​ການ ກົວ​ລາ​ລຳ​ເປີ ກ່ຽວ​ກັບ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025. ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ກໍຕ​ີ​ລາ​ຄາ​ສູງ​ຄວາມ​ສາມ​ັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ ເວົ້າ​ລວມ, ກໍ​ຄື​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ ລະ​ຫວ່າງ​ບັນ​ດາ​ອົງ​ການ​ຕ່າງ​ໜ້າ​ຢ​ູ່​ປະ​ເທດ​ຈຳ​ຖິ່ນ. ໃນ​ວັນ​ບຸນ, ສະ​ຖານ​ທູດ​​​ບັນ​ດາປະ​ເທດ​​ກໍ​ໄດ້​ແນະ​ນຳ​​ເຍື່ອງ​ອາ​ຫານ​ພື້ນ​ເມືອງຕ່າງໆ, ຈັດ​ຕັ້ງ​ການ​ລະ​ຫຼີ້ນ​ພື້ນ​ເມືອງ​ໃຫ້​ແຕ່​ລະ​​ເກນ​ອາຍ​ຸ. ​ວັນ​ບຸນ “​ຄອບ​ຄົວ​ອາ​ຊຽນ” ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ​ທີ່​ມີ​ປະ​ໂຫຍດ, ເຊິ່ງ​ບັນ​ດາ​ສະ​ຖານ​ທູ​ດ​ອາ​ຊຽນ ປະ​ຈຳນະ​ຄອນ​ຫຼວງ Buenos Aires ຈັດ​ຕັ້ງ​ໃນ​ຫຼາຍ​ປີ​ມານີ້.

ຂ່າວ/ບົດ​ອື່ນ