ວັນບຸນບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງ ປີ 2017 ຢູ່ ເຢຍລະມັນ

(VOVWORLD) - ຢູ່ນະຄອນຫຼວງ Berlin (ສະຫະພັນ ເຢຍລະມັນ) ຫາກໍ່ດຳເນີນເຫດການ “ວັນບຸນບັນດາປະເທດເຂດອະນຸພາກພື້ນ ແມ່ນ້ຳຂອງ ປີ 2017” (Mekong – Landertag 2017).
ວັນບຸນບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງ ປີ 2017 ຢູ່ ເຢຍລະມັນ - ảnh 1 (ວັນບຸນບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງ ປີ 2017 ຢູ່ ເຢຍລະມັນ)

ນີ້ແມ່ນການເຄື່ອນໄຫວ ໂດຍ ມະຫາວິທະຍາໄລ Albert – Einstein ສົມທັບກັບ ສະມາຄົມມິດຕະພາບ ລະຫວ່າງ ເຢຍລະມັນ ແລະ ບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ລວມມີ ສະມາຄົມມິດຕະພາບ ເຢຍລະມັນ - ຫວຽດນາມ, ເຢຍລະມັນ - ລາວ, ເຢຍລະມັນ - ໄທ ແລະ ເຢຍລະມັນ - ກຳປູເຈີຍ ຈັດຕັ້ງ 2 ປີ ເທື່ອໜຶ່ງ. ກ່າວຄຳເຫັນໄຂວັນບຸນ, ທ່ານນາງ Jutta Kaddatz, ຮັບຜິດຊອບກ່ຽວກັບວັດທະນະທຳ, ການສຶກສາ ເມືອງ Tempelhof – Schoneberg ຂອງ ນະຄອນຫຼວງ  Berlin, ໃຫ້ຮູ້ວ່າ: “ວັນບຸນບັນດາປະເທດເຂດອະນຸພາກພື້ນ ແມ່ນ້ຳຂອງ ປີ 2017” ແມ່ນໂອກາດທີ່ດີເພື່ອໂຄສະນາເຜີຍແຜ່ພາບພົດກ່ຽວກັບປະເທດຊາດ, ຄົນ ຂອງ ບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ, ພ້ອມທັງປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ, ສະໜິດຕິດພັນກັບປະຊາຊົນປະເທດປະຈຳຖີ່ນກັບວັດທະນະທຳປະເທດຕ່າງໆ.

ຢູ່ເຂດດຳເນີນເຫດການວັດທະນະທຳ ຫວຽດນາມ, ນັກທ່ອງທ່ຽວເຂົ້າຮ່ວມການປາຖະກະຖາຂອງ ປະລິຍາເອກ Gerhard Will,  ນັກຊ່ຽວຊານກ່ຽວກັບອາຊີຕາເວັນອອກສ່ຽງໃຕ້ ທີ່ເຄີຍເຮັດວຽກຢູ່ ສະຖາບັນວິທະຍາສາດ ແລະ ການເມືອງ (SWP) ຢູ່ Berlin, ກ່ຽວກັບຫົວເລື່ອງທະເລຕາເວັນອອກ ຫວຽດນາມ. ບົດປາໄສນີ້ໄດ້ຮັບການຕີລາຄາສູງຈາກຜູ້ເຂົ້າຮ່ວມ, ເປັນຕົ້ນແມ່ນນັກທ່ອງທ່ຽວ ເຢຍລະມັນ ຍ້ອນວ່າ ຜ່ານນັ້ນ, ເຂົາເຈົ້າສາມາດວາດພາບໄດ້ ແລະ ມີຂໍ້ນູນຂ່າວສານຢ່າງຊັດເຊນກ່ຽວກັບສະພາບຕົວຈິງກ່ຽວກັບການຂັດແຍ້ງກັນບົນທະເລຕາເວັນອອກໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ