ວັນບຸນປື້ມຮ່າໂນ້ຍປີ2016

ວັນບຸນປື້ມຮ່າໂນ້ຍປີ2016 - ảnh 1
ນັກ​ຮຽນ​ເຂົ້າ​ຮ່ວມ​ວັນ​ບຸນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ
ພາບ:baomoi

(vovworld)-  ວັນ​ບຸນ​ປື້ມ​ ຮ່າ​ໂນ້ຍ ປີ 2016 ດຳ​ເນີນ​ແຕ່​ວັນ​ທີ 6 -10/10 ຢູ່ ພະ​ລາດ​ຊະ​ວັງ ທັງ​ລອງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສຳ​ນັກ​ພິມ​ຈຳ​ຫນ່າຍ ແລະ ຫົວ​ຫນ່ວຍ​ຜະ​ລິດ​ປື້ມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.  ສະ​ເພາະ​ໃນ​ວັນ​ທີ 8 ແລະ 9/10, ວັນ​ບຸ​ນ​ປື້ມ ຮ່າ​ໂນ້ຍ ປີ 2016 ໄດ້​ຈັດ​ຫລາຍ​ລາຍ​ການ​ສະ​ຫງວນ​ໃຫ້​ແກ່​ພໍ່​ແມ່ ແລະ ລູກ​ເຕົ້າ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ເຊື່ອມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອ​ບ​ຄົວ​ນຳ​ກັນ. ອ້າຍ ຫງວຽນ​ແທງ​ຕຸ່ງ, ຜູ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ວັນ​ບຸ​ນ​ປື້ມ​ໃຫ້​ຮູ້​ວ່າ:

“ວັນ​ບຸນ​ປື້ມ​ແຕ່​ລະ​ຄັ້ງ ຂ້າ​ພະ​ເຈົ້າ​ລ້ວນ​ແຕ່ຍາດ​ເວ​ລາ​ມາ​ເຂົ້າ​ຮ່ວມ. ​ການ​ເຄື່ອນ​ໄຫວນີ້​ຈະ​ຊ່ວຍ​ໃຫ້​ພວກ​ຫລານ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ມີ​ສະ​ຕິໃນ​ການ​ສະ​ສົມ​ປື້ມເພື່ອ​ຮັບ​ໃຊ້​ການ​ຮ່ຳ​ຮຽນ.”


ຕອບກັບ

ຂ່າວ/ບົດ​ອື່ນ