ວັນບຸນປີໃໝ່ປະເພນີ ຂອງ ຫວຽດນາມ - ລາວ - ກຳປູເຈຍ ທີ່ນະຄອນໂຮ່ຈີມິນ

(VOVWORLD) -ນັກສຶກສາຂອງສາມປະເທດໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລິປະຫຼາຍຢ່າງ ເປັນຕົ້ນແມ່ນລາຍການຟ້ອນ, ຮ້ອງເພງ, ການສະແດງຊຸດອາພອນ, ການລະຫຼີ້ນພື້ນເມືອງ ແລະ ຈັດຖະໜົນອາຫານ ທີ່ເຕັມໄປດ້ວຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງສາມປະເທດຫວຽດນາມ - ລາວ - ກຳປູເຈຍ
ວັນບຸນປີໃໝ່ປະເພນີ ຂອງ ຫວຽດນາມ - ລາວ - ກຳປູເຈຍ ທີ່ນະຄອນໂຮ່ຈີມິນ - ảnh 1ນັກສຶກສາສອງປະເທດສະແດງບົດຟ້ອນແບບປະເພນີຂອງຕົນ (ພາບ: ຕຽນຟອງ)

ວັນທີ 01 ເມສາ, ທີ່ມະຫາວິທະຍາໄລເສດຖະກິດ - ກົດໝາຍ ນະຄອນໂຮ່ຈີມິນ(ຫວຽດ ນາມ), ຄະນະຊາວໜຸ່ມນະຄອນໂຮ່ຈີມິນໄດ້ຈັດຕັ້ງວັນບຸນປີໃໝ່ປະເພນີ ຫວຽດນາມ - ລາວ - ກໍາປູເຈຍ ປີ 2018,  ອັນໄດ້ດຶງດູດນັກສຶກສາຫວຽດນາມ, ລາວ ແລະກຳປູເຈຍ ທີ່ພວມສຶກສາຮ່ຳຮຽນຄົ້ນຄວ້າ ແລະ ດຳລົງຊີວິດຢູ່ນະຄອນໂຮ່ຈີມິນເຂົ້າຮ່ວມເປັນຈຳນວນເກືອບ 1.000ຄົນ.

        ທີ່ວັນບຸນປີໃໝ່, ນັກສຶກສາຂອງສາມປະເທດໄດ້ເຂົ້າຮ່ວມການພົບປະແລກປ່ຽນສະແດງສິລິປະຫຼາຍຢ່າງ ເປັນຕົ້ນແມ່ນລາຍການຟ້ອນ, ຮ້ອງເພງ, ການສະແດງຊຸດອາພອນ, ການລະຫຼີ້ນພື້ນເມືອງ ແລະ ຈັດຖະໜົນອາຫານ ທີ່ເຕັມໄປດ້ວຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງສາມປະເທດຫວຽດນາມ - ລາວ - ກຳປູເຈຍ. ວັນບຸນຍັງໄດ້ສະແດງໃຫ້ເຫັນຄືນບັນດາຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງປະເທດລາວ, ກຳປູເຈຍ ເຊັ່ນພິທີມັດແຂນບາສີສູ່ຂວັນເພື່ອອວຍໄຊໃຫ້ພອນຂໍໃຫ້ມີຄວາມສະຫງົບສຸກໃນປີໃໝ່; ການຫົດນ້ຳເພື່ອຂັບໄລ່ສິ່ງທີ່ຊົ່ວ ຫຼືສິ່ງບໍ່ດີ ໃຫ້ຫາຍໄປ ແລະ ຂໍໃຫ້ມີແຕ່ຄວາມໂຊກດີ ແລະ ຜົນສຳເລັດໃນຊີວິດ.

        ເຫດການແມ່ນບັນດາລາຍການການເຄື່ອນໄຫວເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ແລະ ບຸນປີໃໝ່ ຈອນຈານຳເທີໄມຂອງປະຊາຊົນກຳປູເຈຍ. ຜ່ານນັ້ນ, ກໍ່ໄດ້ສ້າງເງື່ອນໄຂໃຫ້ຊາວໜຸ່ມນະຄອນໂຮ່ຈີມິນ, ນັກສຶກສາລາວ ແລະ ກຳປູເຈຍໄດ້ມີໂອກາດພົບປະແລກປ່ຽນ, ຊອກຮູ້ກ່ຽວກັບປະຫວັດສາດແຫ່ງການພົວພັນລະຫວ່າງຫວຽດນາມ - ລາວ - ກຳປູເຈຍ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີທີ່ເປັນມູນເຊື້ອ, ສາຍພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງຊາວໜຸ່ມສາມປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ