ວັນບຸນມິດຕະພາບ,ສາມັກຄີຫວຽດນາມ-ຝຣັ່ງ

ວັນບຸນມິດຕະພາບ,ສາມັກຄີຫວຽດນາມ-ຝຣັ່ງ - ảnh 1
ທ່ານເອກອັກຄະລັດຖະທູດ ຫງວຽນງອກເຊີນ ກ່າວຄຳເຫັນ
ໄຂວັນ​ບຸນ​ມິດຕະພາບ, ສາມັກຄີ​ ຫວຽດນາມ-​ຝຣັ່ງ
(ພາບ:Bích Hà/Vietnam+)

(vovworld) – ​ ວັນ​ທີ 6/6 ຢູ່ ຝຣັ່ງ, ກ່ວາ 60 ອົງການ, ສະຫະ​ສະມາຄົມ ຫວຽດນາມ-ຝຣັ່ງ ​ແລະ ຝຣັ່ງ-ຫວຽດນາມ ທີ່​ມາ​ຈາກ​ຫຼາຍ​ແຂວງນະຄອນ​ໃນ​ທົ່ວ​ປະ​ເທດ ຝຣັ່ງ ​ໄດ້​ເຕົ້າ​ໂຮມ​ກັນໃນ​ງານ​ພົບ​ປະ​ແລກປ່ຽນ​​ແຫ່ງ​ຄວາມ​ສາມັກ​ຄີ ​ແລະ ມິດຕະພາບ ລະຫວ່າງປະຊາຊົນ 2 ປະ​ເທດ ຫວຽດນາມ-​ຝຣັ່ງ ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່​ສຳນັກງານ​ນະຄອນ Montreuil, ຊານ​ນະຄອນ ປາຣີ້. ງານ​ພົບ​ປະ​ແລກປ່ຽນ​ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ກ່ຽວ​ກັບ ຫວຽດນາມ, ຮັດ​ແໜ້ນ​ຄວາມ​ສາມັກຄີ ລະຫວ່າງ​ບັນດາ​ອົງການ ​ແລະ ປະຊາຊົນ 2 ປະ​ເທດ, ດຶງ​ດູດ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ຝຣັ່ງ, ນັກຮຽນ,  ນັກ​ສຶກສາ ຫວຽດນາມ ທີ່​ພວມ​ຮຳ່ຮຽນ ​ແລະ ດຳລົງ​ຊີວິດ​ຢູ່ ຝຣັ່ງ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.  ຈຸດ​ພົ້ນ​ເດັ່ນ​ຂອງ​ວັນ​ບຸນແມ່ນ “ໝູ່ບ້ານ​ສະຫະ​ສະມາຄົມ” ດ້ວຍ​ລາຍການຟ້ອນສິງ​ໂຕ, ຕີມວຍ,​ ສະ​ແດງ​ຊຸດ​​ເສື້ອ​ຍາວ, ​ແນະ​ນຳອາຫານ​ການ​ກິນ, ​ເຄື່ອງ​ທີ່​ລະນຶກ ​ແລະ ​ເຄື່ອງ​ສິລະ​ປະ​ຫັດຖະກຳ ຫວຽດນາມ.

ຂ່າວ/ບົດ​ອື່ນ