ວັນບຸນມິດຕະພາບແລະສາມັກຄີກັບຫວຽດນາມຢູ່ຝຣັ່ງ

ວັນບຸນມິດຕະພາບແລະສາມັກຄີກັບຫວຽດນາມຢູ່ຝຣັ່ງ - ảnh 1
(ວັນບຸນມິດຕະພາບ​ ແລະ ສາມັກຄີ​ ຫວຽດນາມ ​ຢູ່​ ຝຣັ່ງ)

(vovworld) – ບັນດາ​ສະຫະ​ສະມາຄົມ​ມິດຕະພາບ ​ແລະ ສາມັກຄີ​ກັບ ຫວຽດນາມ ມີ​ບົດບາດ​ສຳຄັນ​ດ້ວຍ​ບັນດາ​ໂຄງການ​ຢ່າ​ງມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ຝຣັ່ງ ຫງວຽນ​ງອກ​ເຊີນ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະຫະ​ສະມາຄົມສາມັກຄີ​ກັບ ຫວຽດນາມ ​ໃນ​ງານ​ພົບ​ປະ​ແລກປ່ຽນ ​ແລະ ສາມັກຄີ​ຂອງ​ບັນດາ​ສະຫະ​ສະມາຄົມ​ມິດຕະພາບ​ກັບ ຫວຽດນາມ ຢູ່ ຝຣັ່ງ ​ເຊິ່ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 6/6, ຢູ່ ຝຣັ່ງ. ວັນ​ບຸນ​ມິດຕະພາບ ​ແລະ ສາມັກຄີ​ກັບ ຫວຽດນາມ ລວມມີ​ບັນດາ​ວາລະ​ປຶກສາ​ຫາລື, ການ​ແລກປ່ຽນ ລະຫວ່າງ​ບັນດາ​ສະຫະ​ສະມາຄົມ ​ແລະ ໝູ່​ບ້ານ​ສະຫະ​ສະມາຄົມ ກັບ​ບັນດາ​ຮ້ານ​ວາງສະ​ແດງ, ​ແນະນຳ​ຂອງ​ບັນດາ​ສະຫະ​ສະມາຄົມ ​ແລະ ບັນ​ດາ​ລາຍການ​ສິລະ​ປະທີ່​ເປັນ​ເອກະລັກ​ສະ​ເພາະ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ວັນ​ບຸນມິດຕະພາບ ​ແລະ ສາມັກຄີ​ກັບ ຫວຽດນາມ, ທ່ານ​ເອກ​ອັກຄະລັດຖະທູດ​ຫວຽດນາມ ປະຈຳ ຝຣັ່ງ ຫງວຽນ​ງອກ​ເຊີນ ຢືນຢັນ​ວ່າ:

      ​ໃນ​ຊຸມ​ປີຜ່ານມາ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະຫະ​ສະມາຄົມ​ກັບ ຫວຽດນາມ ມີ​ປະສິດທິ​ຜົນ​ທີ່​ສຸດ. ​ເຖິງ​ວ່າ​​ແມ່ນບັນດາ​ໂຄງການນ້ອຍ ​ແຕ່​ມີ​ປະສິດທິ​ຜົນ​ທີ່​ສຸດ ​ຍ້ອນມຸ່ງ​ໄປ​ເຖິງ​ບັນດາ​ບັນຫາ​ມະນຸດສະທຳ, ການ​ສຶກສາ, ການ​​ແພດ, ການ​ຕ້ານ​ຄວາມທຸກ​ຍາກ, ອຶດຫິວ ​ແລະ ເຂົາ​​​​ເຈົ້າເຄີຍ​ເລືອກ​​ເຟັ້ນບັນດາ​ທ້ອງ​ຖິ່ນ, ​ໂຄງການ​ທີ່​ເໝາະ​ສົມ​​ເພື່ອພັດທະນາ​ຢູ່​ບັນດາ​ເຂດ​ຫ່າງ​ໄກ​ສອກຫຼີກຂອງ ຫວຽດນາມ. ຄຽງ​ຂ້າງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນກັບ​ບັນດາ​ສະຫະ​ສະມາຄົມ, ບັນດາ​ອົງການ​ທີ່ບໍ່​ຂຶ້ນ​ກັບ​ລັດຖະບານ, ບັນດາ​ອົງການ​ສາມັກຄີ, ມິດຕະພາບ​ກັບ ຫວຽດນາມ ກໍ່​ມີບົດບາດ​ສຳຄັນ. 3 ຮູບ​ແບບ​ຮ່ວມ​ມື​ນັ້ນ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ສຳຄັນ​ຫຼາຍ​ຢ່າງ​ໃຫ້​ແກ່ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຝຣັ່ງ.

ຖຸ່່ຍ​ເວີນ, ນັກ​ຂ່າວ VOV ປະຈຳ ຝຣັ່ງ

ຂ່າວ/ບົດ​ອື່ນ